ເພີ່ມທະວີການ ພົວພັນແລກປ່ຽນ ປະຊາຊົນ ຫວຽດນາມ - ອິນເດຍ

ເພີ່ມທະວີການ ພົວພັນແລກປ່ຽນ ປະຊາຊົນ ຫວຽດນາມ - ອິນເດຍ - ảnh 1
ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນຫວຽດນາມ - ອິນ​ເດຍ
(ພາບ: baomoi.com)

​(vovworld) – ຕອນ​ບ່າຍ​ວັນ​ທີ 21/10, ຢູ່ ຮ່າ​ໂນ້ຍ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ​ໄດ້​ຕາງໜ້າ​ການ​ນຳ​ພັກ, ລັດ ​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ປະຊາຊົນ​ອິນ​ເດຍ ມາ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນຫວຽດນາມ - ອິນ​ເດຍ ຄັ້ງ​ທີ 6 ຢູ່​ຫວຽດນາມ. ທ່ານ ​ເລ​ຮົ່ງ​ແອ​ງ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ອິນ​ເດຍ ຄັ້ງ​ຕ່າງໆ, ​ເຊິ່ງໄດ້​ປະກອບສ່ວນ​ປັບປຸງ​ນຳ້​ໃຈ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ອິນ​ເດຍ ​ໃນ​ໄລຍະ​ໃໝ່. ທ່ານ ​ເລ​ຮົ່ງ​ແອ​ງ ຢືນຢັນ​ຄວາມ​ປາຖະໜາ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ ​ແລະ ປະຊາຊົນ​ຫວຽດນາມ ທີ່​ສືບ​ຕໍ່​ປັບປຸງ​ສາຍ​ພົວພັນ​ສາມັກຄີ, ມິດຕະພາບລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ປັບປຸງ ​ແລະ ​ເຮັດ​ໃຫ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ອິນ​ເດຍ ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ຄວາມ​ວັດທະນາ​ຖາວອນ​ໃນ​ພາກ
ຂ່າວ/ບົດ​ອື່ນ