ເພີ່ມທະວີການກະທຳຮ່ວມເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນເນື້ອໃນຈຸດສຸມ ໃນວາລະປຶກສາຫາລືບັນດາບັນຫາຮ່ວມມືພັດທະນາໃນພາກພື້ນຊຶ່ງຈັດຂຶ້ນໃນຕອນເຊົ້າວັນທີ 20 ມັງກອນ ໃນຂອບເຂດກອງປະຊຸມເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 26
ເພີ່ມທະວີການກະທຳຮ່ວມເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ

ການສົ່ງຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດແມ່ນບໍ່ມີພົມແດນ. ເພາະສະນັ້ນ, ຄວາມມານະພະຍາຍາມຈຳກັດສິ່ງທີ່ກໍ່ຜົນຮ້າຍ ກໍຄືການແກ້ໄຂຜົນຮ້າຍຢ່ອນຫຼັງ ແລະ ສະກັດກັ້ນແມ່ນຕ້ອງປະຕິບັດໃນຂອບເຂດທົ່ວໂລກ. ນີ້ແມ່ນສິດຜົນປະໂຫຍດ ແລະ ໜ້າທີ່ຮັບຜິດຊອບຂອງທຸກໆປະເທດ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ຖືວ່າ :

     “ ແຕ່ລະປະເທດຕ້ອງສ້າງລະບົບກົດໝາຍ, ບັນດາລະບອບລະບຽບການ, ນະໂຍບາຍ ແລະ ໃຫ້ບູລິມະສິດທາງດ້ານແຫຼ່ງກຳລັງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໃຫ້ແທດເໝາະກັບບັນດາອະນຸສັນຍາ, ສົນທິສັນຍາສາກົນ. ພວກເຮົາຕ້ອງຮ່ວມແຮງຮ່ວມໃຈແບ່ງປັນລະຫວ່າງບັນດາປະເທດ. ບັນດາປະເທດພວມພັດທະນາຕ້ອງການການຫນູນຊ່ວຍຈາກບັນດາປະເທດພັດທະນາບໍ່ພຽງແຕ່ທາງດ້ານການເງິນເທົ່ານັ້ນ, ຫາກນັບທັງດ້ານພູມປັນຍາ, ບົດຮຽນອີກດ້ວຍ.  ”

ຕອບກັບ

ຂ່າວ/ບົດ​ອື່ນ