ເພີ່ມ​ທະ​ວີ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຄວບ​ຄຸມ​ເຊື້ອ​ໄວ​ຣັດ​ສາຍ​ພັນໃໝ່ Omicron

(VOVWORLD) -ວັນທີ 19 ທັນວາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເຊັນໂທລະເລກທາງການເລກທີ 1745 ຂອງນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຄວບຄຸມເຊື້ອໄວຣັດສາຍພັນໃໝ່ Omicron.

ເພີ່ມ​ທະ​ວີ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຄວບ​ຄຸມ​ເຊື້ອ​ໄວ​ຣັດ​ສາຍ​ພັນໃໝ່ Omicron - ảnh 1ພາບປະກອບ: vov

ໂທລະເລກທາງການໄດ້ຊີ້ແຈ້ງວ່າ: ໂລກລະບາດໂຄວິດ - 19 ໃນໂລກສືບຕໍ່ມີການຜັນແປຢ່າງສັບສົນ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ສຳລັບເຊື້ອໄວຣັດສາຍພັນ Omicron. ເຊື້ອໄວຣັດສາຍພັນ Omicron ມີຄວາມອາດສາມາດປະກົດຕົວຢູ່ ຫວຽດນາມ ແມ່ນສູງທີ່ສຸດ.

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຕິດຕາມສະພາບການຜັນແປຂອງໂລກລະບາດໂຄວິດ - 19 ໃນທົ່ວໂລກຢ່າງໄກ້ຊິດ, ມີການຊີ້ນຳ, ແນະນຳ ແລະ ລາຍງານຕໍ່ນາຍົກລັດຖະມົນຕີຢ່າງທັນການ ເພື່ອຊີ້ນຳມາດຕະການທີ່ຈຳເປັນ ແລະ ເໝາະສົມ. ກະຊວງສາທາລະນະສຸກ ບໍ່ປະໃຫ້ຕົກເຂົ້າສູ່ທ່າຮັບ ຫຼື ເກີດບັນຫາຢ່າງກະທັນຫັນ; ບໍ່ປະໃຫ້ລະບົບສາທາລະນະສຸກເຄື່ອນໄຫວເກີນຄວາມສາມາດໃນວົງກ້ວາງ, ຮີບເຮັ່ງແນະນຳກ່ຽວກັບການຕີລາຄາລະດັບຂອງການແຜ່ລະບາດ ແລະ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດທີ່ຈຳເປັນໃຫ້ເໝາະສົມກັບ ສະພາບການຜັນແປຂອງໂລກລະບາດ, ອາກາດລະດູໜາວ ແລະ ຄວາມສ່ຽງຈາກເຊື້ອໄວຣັດສາຍພັນ Omicron, ເພີ່ມທະວີການຊີ້ນຳວຽກງານຕິດຕາມໂລກລະບາດໂຄວິດ - 19 ເພື່ອກວດພົບເຊື້ອໄວຣັດສາຍພັນໃໝ່ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ