ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສ. ເກົາຫຼີ.

(VOVWORLD) -ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo ຢືນຢັນວ່າ ສ.ເກົາຫຼີ ການພົວພັນກັບ ຫວຽດນາມ ເປັນສຳຄັນ; ປາດຖະໜາຢາກເພີ່ມທະວີການສົມທົບກັນລະຫວ່າງສອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການສອງຝ່າຍ.
ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສ. ເກົາຫຼີ. - ảnh 1ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ  ແລະ ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo

ຕອນຄ່ຳວັນທີ 5 ທັນວາ, ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຂັ້ນລັດ, ຢູ່ນະຄອນຫຼວງ ເຊີອຸນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະໂອ້ລົມ ກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo. ຢູ່ທີ່ນີ້, ການນຳສອງທ່ານໄດ້ຢືນຢັນຄວາຕັດສິນໃຈເພີ່ມທະວີ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ສົມກັບຂອບຂະໜາດໃໝ່.

        ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo ຢືນຢັນວ່າ ສ.ເກົາຫຼີ ການພົວພັນກັບ ຫວຽດນາມ ເປັນສຳຄັນ; ປາດຖະໜາຢາກເພີ່ມທະວີການສົມທົບກັນລະຫວ່າງສອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການສອງຝ່າຍ.

ສ່ວນ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະເໜີການນຳລັດຖະບານສອງຝ່າຍ ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພີ່ມທະວີສົມທົບກັນຢ່າງແໜ້ນແຟ້ນ, ຍົກສູງປະສິດທິຜົນ ແລະ ເປີດກ້ວາງຂອບຂະໜາດການຮ່ວມມື. ເນື່ອງໃນໂອກາດນີ້ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຝາກຄຳເຊື້ອເຊີນຢ້ຽມຢາມ ຫວຽດນາມ ຈາກ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຖິງ ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo.

ຕອບກັບ

ຂ່າວ/ບົດ​ອື່ນ