ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ


ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ແລະ ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ປູ​ຕິນ

(vovworld)- ວັນ​ທີ 10/5, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ​ພ້ອມ​ດ້ວຍ​ຄະ​ນະ​ໄດ້​ອອກ​ຈາກ​ມົດ​ສະ​ກູ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ປ້ອງ​ກັນ​ປະ​ເທດ​ອັນ​ຍິ່ງ​ໃຫຍ່​ຂອງ​ລັດ​ເຊຍ, ເດີນ​ທາງ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສ.ເຊັກ​ໂກ​ແຕ່​ວັນ​ທີ 10-13/5. ກ່ອນ​ທີ່​ຈະ​ເດີນ​ທາງ, ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້​ໃຫ້​ການ​ຕ້ອນ​ຮັບ​ຜູ້​ວ່າ​ການ​ແຂວງ​ມົດ​ສະ​ກູ Andrey Vorobiev. ກ່ອນ​ໜ້ານັ້ນ ໃນ​ວັນ​ທີ 9/5, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ປູ​ຕິນ. ທີ່​ການ​ເຈ​ລະ​ຈາ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້​ຢືນ​ຢັນ​ວ່າ : ໄຊ​ຊະ​ນະ​ໃນ​ສົງ​ຄາມ​ປ້ອງ​ກັນ​ປະ​ເທດ​ອັນ​ຍິ່ງ​ໃຫຍ່​ຂອງ​ລັດ​ເຊຍ ແມ່ນ​ເຫດ​ການ​ປະ​ຫວັດ​ສາດ​ທີ່​ມີ​ລັກ​ສະ​ນະ​ຍຸກ​ສະ​ໄໝ, ປະ​ກອບ​ສ່ວນ​ນຳ​ສັນ​ຕິ​ພາບ​ມາ​ສູ່​ທົ່ວ​ໂລກ.

     2 ຝ່າຍ​ໄດ້​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ຮ່ວມ​ມື 2 ຝ່າຍ ແລະ ເປັນ​ເອ​ກະ​ພາບ​ກັນ​ໃນຫຼາຍ​ບັນ​ຫາ ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ - ລັດ​ເຊຍ​ໃນ​ໄລ​ຍະ​ໃໝ່.

   ທາງ​ດ້ານ​ການ​ເມືອງ, ການ​ນຳ 2 ປະ​ເທ​ດ​ເຫັນ​ດີ​ສືບ​ຕໍ່​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ພັກ, ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ເພື່ອ​ສ້າງ​ແຮງ​ໜູ​ນ​ຊຸກ​ຍູ້​ການ​ຮ່ວ​ມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ.

     ໃນ​ຕອນ​ບ່າຍ​ຂອງວັນ​ທີ 9/5, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຢິບ Abdel Fattah Al – Sisi.
ຂ່າວ/ບົດ​ອື່ນ