ເພີ່ມທະວີການພົວພັນດ້ານການເງິນລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການພົວພັນດ້ານການເງິນລະຫວ່າງ ຫວຽດນາມ ແລະ ລາວ - ảnh 1
ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດຖະມົນຕີ​ກະຊວງ​ການ​ເງິນ ສປປ ລາວ ​ທີ່ພິທີປະດັບຫລຽນໄຊອິດສະຫລະຊັ້ນ 2 ໃຫ້ແກ່ການນຳກະຊວງການເງິນ ຫວຽດນາມ
ພາບ: internet


(vovworld)- ວັນ​ທີ 5/2 ຢູ່ ຮ່າ​ໂນ້ຍ, ທ່ານ ​ເວື​ອງດີ່ງ​ເຫ້ວ ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ ​ແລະ ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດຖະມົນຕີ​ກະຊວງ​ການ​ເງິນ ສປປ ລາວ ​ໄດ້​ພົບ​ປະ​ສົນທະ​ນາ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ການ​ເງິນ​ຂອງ​ແຕ່ລະ​ປະ​ເທດ. ທີ່​ການ​ພົບ​ປະ​ສົນທະນາ, ລັດຖະມົນຕີ​ທັງ​ສອງ​ທ່ານ ​ໄດ້​ທົບ​ທວນຄືນ​ບັນດາ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ການ​ເງິນ ຫວຽດນາມ ​ແລະ ລາວ ​ໃນ​ປີ 2012 ຊຶ່ງ​ແມ່ນ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ ​ແລະ ລາວ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ​ເມື່ອ​ປຶກສາ​ຫາລື​ກ່ຽວກັບ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ປີ 2013, ທ່ານ ​ເວື​ອງດີ່ງ​ເຫ້ວ ​ໄດ້​ສະ​ເຫ​ນີ ສຸ​ມ​ໃສ່​ບຸລິມະສິດ​ການ​ເຄື່ອນ​ໄຫວ​ບຳລຸງ​ສ້າງ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ພະນັກງານ, ຄູ​ອາ​ຈານ​ຂອງ​ຂະ​ແຫນງ​ການ​ເງິນ​ລາວ. ພິ​ເສດ ​ແມ່ນ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ບັນດາ​ໂຮງຮຽນ​ຂອງ​ກະຊວງ​ການ​ເງິນ ລາວ ​ໃຫ້​ຖືກ​ກັບ​ລະດັບ​ຄວາມ​ໄວ ​ແລະ ສຳ​ເລັດດ້ວຍ​ຄຸນ​ນະພາ​ບສູງ. ຄຽງ​ຄູ່​ກັນ​ນັ້ນ ສອງ​ຝ່າຍ ສືບ​ຕໍ່​ຮ່ວມ​ມື​ສ້າງ​ບັນດາ​ເອກະສານ​ນິຕິ​ກຳ​ໃຫ້​ສົມບູນ​ແບບ ​ແລະ ​ໂຄງ​ປະກອບ​ກົງຈັກ​ຂອງ​ຂະ​ແຫນງ​ການ​ເງິນ. ພ້ອມ​ກັນ​ນັ້ນ ຫວຽດນາມ ສືບ​ຕໍ່​ຫນູນ​ຊ່ວຍ​ພາ​ຫະນະ​ອຸປະກອນ ​ແລະ ຮາກ​ຖານ​ດ້ານ​ວັດຖຸ​ທີ່​ຈຳ​ເປັນ​ຈຳນວນ​ຫນຶ່ງ ບົນ​ພື້ນຖານ​ຄວາມ​ຕ້ອງການ​ຕົວ​ຈິງ​ຈາກ​ຝ່າຍ ລາວ ​ແລະ ຄວາມ​ສາມາດ​ຕອບ​ສະຫນອງ​ຂອງ​ກະຊວງ​ການ​ເງິນ ຫວຽດນາມ.

ຂ່າວ/ບົດ​ອື່ນ