ເພີ່ມທະວີການພົວພັນປ້ອງກັນປະເທດລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ

ເພີ່ມທະວີການພົວພັນປ້ອງກັນປະເທດລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ - ảnh 1
ພິທີເຊັນ​ຂໍ້​ຕົກລົງ​ລະຫວ່າງ​ກອງທັບ​ເຮືອປະຊາຊົນ ຫວຽດນາມ ​ແລະ ອົງການວັດ​ແທກ​ທາງ​ນ້ຳ ລາຊະ​ອານາຈັກ ອັງກິດ
(ພາບ: vietnamplus.vn)

(vovworld) - ວັນ​ທີ 28/1, ຢູ່ ຮ່າ​ໂນ້ຍ, ທ່ານພົນ​ໂທ ​ໂດ໊ບ໋າ​ຕິ, ຫົວໜ້າ​ເສນາ​ທິການ​ໃຫຍ່ກອງທັບ​ປະຊາຊົນ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນ​ຮັບ​ທ່ານຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາຊະ​ອານາຈັກ ອັງກິດ Lord Astor ທີ່ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ​ແຕ່​ວັນ​ທີ 26 – 30/1. ທ່ານ​ພົນ​ໂທ ​ໂດ໊ບ໋າ​ຕິ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ 2 ຝ່າຍ​ລະຫວ່າງ​ກອງທັບ 2 ປະ​ເທດ; ​​ແລະເນັ້ນ​ໜັກວ່າ: ​ນີ້​ແມ່ນ​ການ​ຢ້ຽມຢາມ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ການ​ນຳ​ຂັ້ນສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ອັງກິດ ຢ້ຽມຢາມສັນຖະວະ​ໄມຕີ ຫວຽດນາມ ນັບ​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ດ້ານປ້ອງ​ກັນ​ປະ​ເທດ 2 ຝ່າຍ. ສ່ວນ​ທ່ານ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດລາຊະ​ອານາຈັກ Lord Astor ສະ​ເໜີ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກອງ​ເສນາ​ທິການ​​ໃຫຍ່ກອງທັບ​ປະຊາຊົນ ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ເພື່ອ​​ໃຫ້ທະຫານ​ເຮື​ອ 2 ປະ​ເທດ​ມີ​ກາລະ​ໂອກາດ​ພົບ​ປະ​ແລກປ່ຽນ, ຮຳ່ຮຽນ, ​ແລກປ່ຽນ​ບົດຮຽນ, ຮ່ວມ​ມື​ບຳລຸງ​ສ້າງ​ນາຍ​ທະ​ຫານ ​ແລະ ຂົງ​ເຂດ​ຕ່າງໆ​ເຊິ່ງຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ພົນ​ເຮືອ​​ໂທ ຟ້າ​ມງອກ​ມິນ ​ແລະ ພົນ​ເຮືອ​ຕີ Tom Karsten ​ໄດ້​ເຊັນ​ຂໍ້​ຕົກລົງ​ລະຫວ່າງ​ກອງທັບ​ເຮືອປະຊາຊົນ ຫວຽດນາມ ​ແລະ ອົງການວັດ​ແທກ​ທາງ​ນ້ຳ ລາຊະ​ອານາຈັກ ອັງກິດ ກ່ຽວ​ກັບ​ການ​ຮ່ວມ​ມື​ວັດ​ແທກ​ທາງ​ນ້ຳ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດນາມ, ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ້ງ ​ແລະ ທ່ານຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດລາຊະ​ອານາຈັກ Lord Astor, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາຊະ​ອານາຈັກ ອັງກິດ ​ໄດ້​ເປັນ​ປະທານ​ເວທີ​ປາ​ໄສ ວິ​ສາ​ຫະກິດ​ປ້ອງ​ກັນ​ປະ​ເທດ ຫວຽດນາມ - ​ລາຊະ​ອານາຈັກ ອັງ​ກິດ.

 

ຂ່າວ/ບົດ​ອື່ນ