ເພີ່ມທະວີການພົວພັນລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍ ສີລັງກາ

ເພີ່ມທະວີການພົວພັນລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍ ສີລັງກາ - ảnh 1
​ເຈລະຈາລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ແລະ
ກະຊວງ​ກົດໝາຍ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ສີ​ລັງກາ
(ພາບ: cand.com.vn)

(vovworld) –  ຕອນ​ບ່າຍ​ວັນ​ທີ 21/07, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ກົດໝາຍ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ສີ​ລັງກາ ​ໂດຍ​ທ່ານ​ລັດຖະມົນຕີກະຊວງ​ກົດໝາຍ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ສີ​ລັງກາ Malla​waarachchi ​ເປັນ​ຫົວໜ້າ​ຄະນະ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ສະ​ເໜີ​ໃຫ້ກະຊວງ​ກົດໝາຍ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ສີ​ລັງກາ ສືບ​ຕໍ່​ສົມທົບ​ກັບ​ກະຊວງ​ຕຳຫຼວດ​ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກ​ງານ​ຕໍ່ສູ້​ກັບ​ບັນດາ​ອົງການ​ອາດຊະຍາ​ກຳ​, ​ໂດຍ​ສະ​ເພາະ​ແມ່ນອາດຊະຍາ​ກຳ​ດ້ານ​ເສດຖະກິດ, ສິນ​ເຊື່ອ, ການ​ຄ້າ​ເອ​​ເລັກ​ໂຕ​ນິກ; ການປ້ອງ​ກັນ​ຄວາມ​ສະຫງົບ, ຄວາມປອດ​ໄພ​ໃຫ້​ແກ່​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ 2 ປະ​ເທດ; ຮັບປະກັນ​ສິດຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ໃຫ້​ແກ່​ພົນລະ​ເມືອງ​ຂອງ​ປະ​ເທດ​ນີ້​ອາ​ໄສ​ຢູ່​ປະ​ເທດ​ອື່ນ, ສະໜັບສະໜູນ​ເຊິ່ງກັນ ​ແລະ​ ກັນ​ບົນ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ທ່ານ Malla​waarachchi ​ໃຫ້​ຮູ້​ວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ກະຊວງ​ຕຳຫຼວດ​ຫວຽດນາມ ກັບກະຊວງ​ກົດໝາຍ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ສີ​ລັງກາ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ບັນລຸ​ປະສິດທິ​ຜົນ​​ໃນ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ.

        ກ່ອນ​ໜ້ານັ້ນ, ພົນ​ໂທ ດັ້ງ​ວັນ​ຮ໋ຽວ, ຮອງ​ລັດຖະມົນຕີ​ຜູ້​ປະຈຳການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງກະຊວງ​ກົດໝາຍ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ສີ​ລັງກາ. ພົນ​ໂທ ດັ້ງ​ວັນ​ຮ໋ຽວ ສະ​ເໜີ​​ໃຫ້​ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ບັນ​ດາ​ອົງການ​ປະຕິ​ບັດ​ກົດໝາຍ​ສີ​ລັງກາ ຈັດ​ຕັ້ງ​ການ​ຜັນ​ຂະຫຍາຍ​ກົນ​​ໄກ​ການ​ເຈລະຈາ ຫຼື ກອງ​ປະຊຸມ​ຂັ້ນ​ກະຊວງ ກ່ຽວ​ກັບ​ຄວາມ​ສະຫງົບ​ລະຫວ່າງ 2 ກະຊວງ 2 ປີ/​ເທື່ອ​ໜຶ່ງຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ