ເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ອີຢີບ

ເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ອີຢີບ - ảnh 1
(ຄະນະ​ຜູ້​ແທນຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກກອມມູນິດ​ຫວຽດນາມ
​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອີ​ຢີບ)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 14 – 17/06, ຄະນະ​ຜູ້​ແທນຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກກອມມູນິດ​ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ຕວນຟອງ, ຮອງ​ຫົວ​ໜ້າ​​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ນຳ​ໜ້າ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອີ​ຢີບ. ທີ່​ການ​ເຮັດ​ວຽກ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ອີ​ຢີບ, ທ່ານ ຫງວຽນ​ຕວນຟອງ ​ໄດ້​ແຈ້ງ​ໃຫ້​ຊາບ​ໂດຍຫ​ຍໍ້ບັນດາ​ການ​ຜັນ​ແປ່​ຂອງ​ຫວຽດນາມ, ​ໃນ​ນັ້ນ​ມີ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົ​ດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ຜູ້ຕາງໜ້າ​ສະຖານທູ​ດ ອີ​ຢີບ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຜູ້​ຮັບຜິ​ດຊອບ​ອາຊີ Ahmed Ismail ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ອີ​ຢີບ; ພ້ອມ​ທັງ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິ​ກ​ເຊິ່ງຕໍ່​ບັນດາ​ການ​ຜັນ​ແປ່ທີ່​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອ​ອກຄື​ປະຈຸ​ບັນ. ອີ​ຢີບ ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ຄວາມ​​ເຄັ່ງ​ຕຶງ​ຜ່ານ​ການ​ເຈລະຈາ​ການ​ເມືອງ ​ແລະ ບັນດາ​ມາດ​ຕະການ​ແກ້​ໄຂ​ສັນຕິພາບ. 2 ຝ່າຍ​ກໍ່​ແລກປ່ຽນບັນດມາດ​ຕະການ​ຊຸກຍູ້, ​ເພີ່ມ​ທະວີ​ການ​ພົວພັນ​ມິດ​ຕະພາບ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ນັ້ນ​ແລ້ວ, ຫວຽດນາມ ​ແລະ ອີ​ຢີບ ຈະ​ສຸມ​ໃສ່​ເຂົ້າ​ໃນ​ເລື່ອງ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ, ກວດກາ ​ແລະ ຊຸກຍູ້​ບັນດາ​ສັນຍາ​ທີ່​ໄດ້​ຮັບ​ການ​ລົງ​ນາມ ​ແລະ ມີ​ທິດ​ທາງ, ​ແຜນການ​ຈັດ​ຕັ້ງ​ກອງ​ປະຊຸມຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ ຄັ້ງ​ທີ 5.

ຂ່າວ/ບົດ​ອື່ນ