ເພີ່ມທະວີການຮ່ວມມື ລະຫວ່າງຄະນະກຳມະກາ ກວດກາສູນກາງພັກ ຫວຽດນາມ-ລາວ

ເພີ່ມທະວີການຮ່ວມມື ລະຫວ່າງຄະນະກຳມະກາ ກວດກາສູນກາງພັກ ຫວຽດນາມ-ລາວ - ảnh 1

(ພາບ:vietnamplus.vn )

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກຄະນະ​ກຳມະກາ​ກວດ​ກາ​ສູນ​ກາງພັກ​ ປຊຊ ປະຕິວັດລາວ, ຄະນະ​ຜູ້​ແທນຄະນະ​ກຳມະກາ​ກວດ​ກາ​ສູນ​ກາງພັກກອມ​ມູນິດ​ຫວຽດນາມ ນຳ​ໂດຍ​ທ່ານ​ມາຍ​ເທ​ເຢືອງ ຮອງ​ປະທານ​ຜູ້​ປະຈຳການ ຄະນະ​ກຳມະກາ​ກວດ​ກາ​ສູນ​ກາງພັກກອມ​ມູນິດ​ຫວຽດນາມ ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ ​ແຕ່​ວັນ​ທີ 9-13/9. ຕອນ​ບ່າຍ​ວັນ​ທີ 9/9, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ໄດ້​ດຳ​ເນີນ​ການ​ພົບ​ປະ​ເຈລະຈາ​ກັບ ຄະນະ​ກຳມະກາ​ກວດ​ກາ​ສູນ​ກາງພັກ​ ປຊຊ ປະຕິວັດລາວ ​ໂດຍ​ທ່ານ​ຮອງ​ປະທານ​ທອງ​ສີ ອ້ວນ​ລາສີ ນຳ​ໜ້າ. ສອງ​ຝ່າ​ຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ​ທິດ​ສະ​ດີ​ກໍ່​ຄື​ພຶດຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ວຽກ​ງານ​ຕິດຕາມ​ກວດກາ​ສຳລັບ​ບັນດາ​ອົງການ​ພັກ ​ແລະ ສະມາຊິກ​ພັກ​ຕາມ​ການຈັດ​ແບ່ງ​ຂັ້ນຄຸ້ມ​ຄອງ ກໍ່​ຄື​ແລກປ່ຽນ​ບົດ​ຮຽນ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຄະນະ​ກຳມະການ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ແບບ​ພິ​ເສດ​ຫວຽດນາມ-​ລາວ ນັບ​ມື້​ນັບ​ພັດທະນາ​ຢ່າງໝັ້ນຄົງ.

ຂ່າວ/ບົດ​ອື່ນ