ເພີ່ມທະວີການຮ່ວມມືດ້ານຕຸລາການເພື່ອປ້ອງກັນຜົນປະໂຫຍດຂອງຫວຽດນາມຢູ່Mozambique

ເພີ່ມທະວີການຮ່ວມມືດ້ານຕຸລາການເພື່ອປ້ອງກັນຜົນປະໂຫຍດຂອງຫວຽດນາມຢູ່Mozambique - ảnh 1
(ພາບ​ປະ​ກອບ)

(vovworld) – ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ ແນ​ໃສ່​ຮັບ​ປະ​ກັນຄວາມ​ສະ​ຫງົບ​ປອດ​ໄພ ໃຫ້​​ປະ​ຊາ​ຄົມຊາວ​ຫວຽດ​ນາມ ຢູ່ Mozambique ​ໃນ​ສະ​ພາບການ​ປະ​ທະ​ກັນ​ ລະ​ຫວ່າງ ທະ​ຫານ​ລັດ​ຖະ​ບານ ແລະ ​ທະ​ຫານຝ່າຍ​ຄ້ານ ຢູ່ Mozambique ມີ​ທ່າ​ອ່ຽງ​ເພີ່ມ​ຂື້ນ, ໃນ​ວັນ​ທີ 30/3, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ Mozambique ໄດ້ເຮັດ​ວຽກ​ກັບ​ ​ອົງ​ການ​ໄອ​ຍະ​ການ Mozambique. ໃນການ​ເຮັດ​ວຽກກັບ ທ່ານ ນາງ Beatriz Buchili, ​ຫົວ​ໜ້າ ​ອົງ​ການໄອ​ຍະ​ການ Mozambique,  ທ່ານ ຫງວຽນ​ວັນ​ຈູງ, ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​​ຫວຽດ​ນາມ​ ປະ​ຈຳ Mozambique ສະ​ເໜີ​ບັ​ນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ Mozambique ມີ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ປອດ​ໄພ ໃຫ້​ຄົນ ແລະ ຊັບ​ສີນ​ຂອງ​​ບໍ​ລິ​ສັດຮ່ວ​ມ​ທຸ​ລະ​ກິດ Viettel (Movitel) ປັດ​ຈຸ​ບັນ ມີ​​ພາ​ລະ​ກອນ​ຊາວ​ຫວຽດ ຢູ່ 11 ແຂວງ ຂອງ Mozambique ແລະ ປ້ອງ​ກັນ​ກຸ່ມ​ຊ່ຽວ​ຊານ​ດ້ານກະ​ສິ​ກຳ ຂອງ​ຫວຽດ​ນາມ ທີ່​ກຳ​ລັງ​ຜັນ​ຂະ​ຫຍາຍ​ໂຄງ​ການ ຢູ່​ແຂງ Zambezia, ໃກ້​ກັບເຂດທີ່​ພວມ​ມີ​ການ​ປະ​ທະ​​ດ້ວຍ​ກຳ​ລັງ​ອາ​ວຸດ.

        ສ່ວນ​ ທ່ານ ນາງ Beatriz Buchili ໃຫ້​ຮູ້​ວ່າ Mozambique ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ຮັບ​ປະ​ກັນຄວາມ​ປອດ​ໄພ ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງປະ​ເທດ ຢູ່​ທີ່ນີ້. ດ້ວຍ​ທີ່​ຕັ້ງ​ສຳ​ຄັນ​​ໃນລະ​ບົບ​ປະ​ຕິ​ບັດ​ກົດ​ໝາຍ ຢູ່ Mozambique, ​ອົງ​ການ​ໄອ​ຍະ​ການ ຈະ​ຮຽກ​ຮ້ອງ​ກະ​ຊວງ​ພາຍ​ໃນ, ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ແລະ ບັນ​ດາ​​ອົງ​ການໄອ​ຍະ​ການ​ທ້ອງ​ຖິ່ນ ມີ​ມາດ​ຕະ​ການ​ທີ່​ມີ​ປ​ະ​ສິດ​ທິ​ຜົ​ນ ແນ​ໃສ່​ປ້ອງ​ກັນ​​ປະ​ຊາ​ຄົມ​​ຊາວຫວຽດ​ນາມ ກໍ່​ຄື​ວັດ​ຖຸອຸ​ປະ​ກອນ ແລະ ຊັບ​ສີນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ