ເພີ່ມທະວີການຮ່ວມມືມິດຕະພາບຫວຽດນາມ-ລາວ

ເພີ່ມທະວີການຮ່ວມມືມິດຕະພາບຫວຽດນາມ-ລາວ - ảnh 1
ພາບປະກອບ

(vovworld) – ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແຂວງ ​ທ໋າຍງວຽນ ​ໄດ້​ຈັດ​ຕັ້ງ​ການ​ສະຫລຸບ 5 ປີ​ແຫ່ງ​ການ​ເຄື່ອນ​ໄຫວຂອງ​ສະມາຄົມ (2009 – 2014) ​ໃນ​ວັນ​ທີ 20/1. ​ໃນ​ໄລຍະ​ຜ່ານ​ມາ, ມີ​ການ​ເຄື່ອນ​ໄຫວ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ບັນດາ​ຂົ​ງ​ເຂດ ​ເສດຖະກິດ, ສຶກສາ - ບຳລຸງ​ສ້າງ, ວັດທະນະທຳ, ທ່​ອງທ່ຽວ​.​.​. ​​ໄດ້​ຮັບ​ການ​ເຂົ້າ​ຮ່ວມ​​, ຕອບ​ສະໜອງ​ຢ່າງ​ສຸດ​ຈິດ​ສຸດ​ໃຈຈາກ​ບັນດາສະມາຊິກ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແຂວງ ທ໋າຍງວຽນ. ການ​​ໄປປະຕິບັດ​ງານ​ຄັ້ງ​ຕ່າງ​ໆ, ​ແລະ ​ໄປມາ​ຢື້​ຢາມ​ຖາມ​ຂ່າວ​ຫຼາຍ​ຄັ້ງ​ລະຫວ່າງ​ການ​ນຳ​ແຂວງ ທ໋າຍງວຽນ ​ແລະ ຂອງ ​ລາ​ວ ​ໄດ້ປະກອບສ່ວນ​ເພີ່ມ​ທະ​ວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ. ພິ​ເສດ, ບັນດາ​ການ​​ເຄື່ອນ​ໄຫວ​ໃນ “ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ 2012” ຈັດ​ຕັ້ງ​ຢູ່ ທ໋າຍງວຽນ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ.

    ​ເນື່ອງ​ໃນ​ໂອກາດ​ນີ້, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ມອບຫຼຽນ​ກາ​ທີ່​ລະນຶກ “​ເພື່ອ​ສັນຕິພາບ​ມິດຕະພາບ​ກັບປະຊາ​ຊາດ​ຕ່າງໆ” ​ໃຫ້​ແກ່ 5 ​ບຸກຄົນ, ມອບ​ໃບ​ຍ້ອງຍໍ​ໃຫ້ 1 ໝູ່​ຄະນະ ​ແລະ 5 ​ບຸກຄົນ ທີ່​ມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ພົວພັນຕ່າງປະ​ເທດປະຊາຊົນ.

 

ຂ່າວ/ບົດ​ອື່ນ