ເພີ່ມທະວີການຮ່ວມມືລະຫວ່າງ VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ

(VOVWORLD) - ຕອນບ່າຍວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ (VOV) ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ. ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວກຳປູເຈຍ Khieu Kanharith ແລະ ຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກີ ໄດ້ເປັນສັກຂີພິຍານໃນພິທີລົງນາມ.
ເພີ່ມທະວີການຮ່ວມມືລະຫວ່າງ VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ - ảnh 1 (ເພີ່ມທະວີການຮ່ວມມືລະຫວ່າງ VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ)

ກ່າວຄຳເຫັນທີ່ພິທີ, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກີ ໄດ້ເນັ້ນໜັກເຖິງມູນເຊື້ອອັນດີງາມໃນການພົວພັນຫວຽດນາມ - ກຳປູເຈຍ. ວິທະຍຸກະຈາຍສຽງແຫ່ງຊາດ 2 ປະເທດ ໄດ້ມີການພົວພັນຮ່ວມມືມາແຕ່ດົນານ, 2 ຝ່າຍພ້ອມກັນສ້າງ ແລະ ພັດທະນາພື້ນຖານດ້ານວັດຖຸເຕັກນິກ, ຖັນແຖວພະນັກງານ, ນັກຂ່າວ, ບັນນາທິການໃຫ້ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ ນັບແຕ່ວັນຫາກໍ່ສ້າງຕັ້ງເມື່ອປີ 1978. ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກີ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກຳປູເຈຍ. ພິເສດແມ່ນໃນປີ 2017 ເຊິ່ງ 2 ປະເທດໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ປີມິດຕະພາບ 2017.

        ສ່ວນທ່ານລັດຖະມົນຕີກະຊວງຂໍ້ມູຖະແຫຼງຂ່າວກຳປູເຈຍ Khieu Kanharith ໄດ້ຂອບໃຈລັດຖະບານຫວຽດນາມ ຜ່ານ VOV ໃນໄລຍະຜ່ານມາໄດ້ໜູນຊ່ວຍໃຫ້ຂະແໜງກະຈາຍສຽງຂອງກຳປູເຈຍ ກ່ຽວກັບວຽກງານກໍ່ສ້າງ, ພັດທະນາພື້ນຖານດ້ານວັດຖຸເຕັກນິກ ແລະ ບຳລຸງສ້າງຖັນແຖວພະນັກງານ, ນັກຂ່າວ, ບັນນາທິການ, ນັກເຕັກນິກ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດກະຈາຍສັນຄືນ ແລະ ຄຸນນະພາບບັນດາລາຍການກະຈາຍສຽງ, ໂທລະພາບ.

ເພີ່ມທະວີການຮ່ວມມືລະຫວ່າງ VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ - ảnh 2 (ພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ)

 ໂດຍຕາງໜ້າໃຫ້ VOV, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV ແລະ ທ່ານ Tauch Sareth, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງກຳປູເຈຍ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ 2 ວິທະຍຸກະຈາຍສຽງແຫ່ງຊາດ ໄລຍະ 2018 – 2020.


ຕອບກັບ

ຂ່າວ/ບົດ​ອື່ນ