ເພີ່ມທະວີການຮ່ວມມືລະຫວ່າງ ກະຊວງການເງິນຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືລະຫວ່າງ ກະຊວງການເງິນຫວຽດນາມ ແລະ ລາວ - ảnh 1
ທີ່ພິທີລົງນາມລະຫວ່າງສອງກະຊວງ
( ພາບ: xaluan.com
)

( vovworld ) -   ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ,​ຕອນ​ບ່າຍ​ວັນ​ທີ 24/6, ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ Vuong Dinh Hue ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ​ລາວ ພູ​ເພດ ຄຳ​ພູ​ວົງ ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວິຊາ​ການລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ. ທ່ານ​ລັດຖະມົນຕີ ພູ​ເພດ ຄຳ​ພູ​ວົງ ​ໄດ້​ຢືນຢັນ​ວ່າ ລັດຖະບານ​ລາວ ປາດ​ຖະໜາ​ຢາກ​ສືບ​ຕໍ່​ຮ່ວມ​ມື​ແລກປ່ຽນ​ບົດຮຽນ​ກັບ​ຫວຽດນາມຢ່າງ​ແໜ້ນ​ແຟ້ນກວ່າ​ອີກ ​​ໂດຍ​ສະ​ເພາະ​ແມ່ນໃນ​ວຽກ​ງານ​ສຶກສາ​ບຳລຸງ​ສ້າງ​ພະນັກງານ, ​ແຫຼ່ງຊັບພະຍາກອນມະນຸດ, ຄຸ້ມ​ຄອງ​​ການ​ເງິນ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ປະກອບສ່ວນ​​ເຂົ້າ​ໃນສາ​ພາລະກິດ​ສ້າງສາພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ທ່ານ​ລັດຖະມົນຕີ Vuong Dinh Hue ​ໄດ້​ເນັ້ນ​ໜັກ​ວ່າ, ກະຊວງ​ການ​ເງິນ​ຫວຽດນາມ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ກັບ​ກັບ​ຂະ​ແໜງ​ການ​ເງິນ​ລາວຢ່າ​ງ​ແໜ້ນ​ແຟ​້ນ ​ແລະ ມີ​ປະສິດທິ​ຜົນ​ກວ່າ​, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິ​ດຂ​ອງສອງ​ປະ​ເທດ​ເວົ້າ​ລວມ ກໍ​ຄື​ຂະ​ແໜງ​ການ​ເງິນ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ