ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ສໍານັກວາຕິກັງ

(VOVWORLD) -ວັນທີ 20 ຕຸລາ, ທ່ານ ເຈືອງຮວ່າບິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາກັນລັດຖະບານຫວຽດນາມ ໄດ້ມີການພົບປະກັບ ສັນຕະປະປາ  Francis  ແລະ ມີການພົບປະກັບ ທ່ານນາຍົກລັດຖະມົນຕີສຳນັກວາຕິກັງ, ພະຄະດິນັນ Pietro Parolin. 
ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ສໍານັກວາຕິກັງ - ảnh 1ທ່ານ ເຈືອງຮວ່າບິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາກັນລັດຖະບານຫວຽດນາມ ມອບຂອງຂວັນເປັນທີີ່ລະນືກໃຫ້ແກ່ ສັນຕະປະປາ  Francis (ພາບ:Ngu Binh/TTXVN)

ທ່ານ ເຈືອງຮວ່າບິງ ໄດ້ແຈ້ງໃຫ້ ສັນຕະປະປາ ຮັບຊາບກ່ຽວກັບ ບັນດາຜົນງານດ້ານເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນ ທີ່ພົ້ນເດັ່ນໃນໄລຍະມໍ່ໆມານີ້ຂອງຫວຽດນາມ ແລະ ເນັ້ນໜັກວ່າ ນີ້ແມ່ນຜົນແຫ່ງຄວາມມານະພະຍາຍາມຂອງປະຊາຊົນຫວຽດນາມທຸກຄົນ,ໃນນັ້ນມີການປະກອບສ່ວນສໍາຄັນຂອງປະຊາຄົມບັນດາສາສະໜາຫວຽດນາມ. ທ່ານ ເຈືອງຮວ່າບິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍປະຕິບັດສໍາເລັດນະໂຍບາຍເຄົາລົບ ແລະ ຮັບປະກັນຄວາມເສລີໃນການເຫຼື້ອມໃສ, ການເຊື່ອຖືສາສະໜາຂອງປະຊາຊົນຫວຽດນາມທຸກຄົນ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາສາສະໜາໄດ້ເຄື່ອນໄຫວຕາມລັດຖະທໍາມະນູນ, ກົດລະບຽບຂອງບັນດາອົງການຈັດຕັ້ງສາສະໜາ ທີ່ສອດຄ່ອງກັບ ກົດໝາຍ.

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ສຳນັກວາຕິກັງ Pietro Parolin, ສອງຝ່າຍໄດ້ເຫັນດີເປັນເອກະພາບ ກ່ຽວກັບທິດທາງໃນການເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະ ສໍານັກວາຕິກັງ, ຍົກລະດັບຈາກ ລະດັບທູດພິເສດບໍ່ປະຈໍາ ຂຶ້ນເປັນ ທູດພິເສດປະຈໍາ ໃນໄລຍະຈະມາເຖິງ.

        ເນື່ອງໃນໂອກາດນີ້, ທ່ານ ເຈືອງຮວ່າບິງ ກໍໄດ້ໄປຢ້ຽມຢາມສະຖານທູດຫວຽດນາມປະຈໍາ ອີຕາລີ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ