ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາ ອາຊຽນ ແລະ ກອງທຶນ ອາຊີ - ເອີລົບ

ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາ ອາຊຽນ ແລະ ກອງທຶນ ອາຊີ - ເອີລົບ - ảnh 1
ທ່າ​ນ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ

(vovworld) - ຜູ້ອຳນວຍການຝ່າຍ​ບໍລິຫານ​ກອງ​ທຶນ ອາຊີ - ​ເອີ​ລົບ ທ່ານ ຈາງ​ແຢ໋ນ ຫາ​ກໍ່​​ໄປ​ຢ້ຽມຢາມ​ສຳນັກງານ​ຄະນະ​ເລຂາ ອາ​ຊຽນ ຢູ່​ນະຄອນຫຼວງ Jakarta, ປະ​ເທດ ອິນ​ໂດ​ເນ​ເຊຍ, ​ແລະ​ ມີ​ການ​ພົບ​ປະ​ກັບ​ທ່າ​ນ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່າ​ນ ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ ສະ​ແດງ​​ໃຫ້​ເຫັນຄວາມ​ກຽມ​ພ້ອມ​ຂອງ​ຄະນະ​ເລຂາ​ ອາ​ຊຽນ - ຄື​ດັ່ງ​ສະມາຊິກ​ສົມບູນ​ຂອງ​ກອງ​ປະຊຸມ ອາຊີ - ​ເອີ​ລົບ (ASEM) ​ແລະ ສະພາ​ຜູ້​ວ່າການ​ກອງ​ທຶນ ອາຊີ - ​ເອີ​ລົບ (ASEF) - ​ໃນ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ ASEF ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຄູ່​ຮ່ວມ​ມື ASEM. ທ່າ​ນ ​ເລຂາທິການ​ໃຫຍ່ ​ເລ​ເລືອ​ງມິນ ຢືນຢັນ: ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ເລຂາ​ ອາ​ຊຽນ ​ໃນ ASEM ​ແລະ ASEF ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ລະຫວ່າງ ອາຊີ ​ແລະ ​ເອີ​ລົບ, ກໍ່​ຄື​ບັນດາ​ຄວາມ​ມານະ​ພະຍາຍາມ​ສ້າງ​ປະຊາ​ຄົມ ອາ​ຊຽນ. ທ່ານ​ເລຂາທິການ​​ໃຫຍ່ ​ເລ​ເລືອ​ງ​ມິນ ​ເນັ້ນ​ໜັກ​ວ່າ: ASEM ​ແມ່ນ​ຂອບ​ເຂດ​ລະຫວ່າງ​ພາກ​ພື້ນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ສົນທະນາ ​ແລະ ຮ່ວມ​ມື​ມີ​ລັກສະນະ​ສ້າງສັນ​ລະຫວ່າງບັນດາ​ຄູ່​ຮ່ວມ​ມື ​ແລະ ອາ​ຊຽນ ມີ​ບົດບາດ​ສຳຄັນ​​ໃນ​ວິວັດທະນາ​ການ ASEM. ສ່ວນ​ທ່ານ ຈາງ​ແຢ໋ນ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຄະນະ​ເລຂາ ອາ​ຊຽນ ​ແລະ ກອງ​ທຶນ ອາຊີ - ​ເອີ​ລົບ ຢ່າງ​​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ 2 ຝ່າຍ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ພັດທະນາ​ຢ່າງ​ໝັ້ນຄົງ, ສິ່ງ​ແວດ​ລ້ອມ, ສາທາລະນະ​ສຸກ, ການພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ວັດທະນະທຳ.

 

ຂ່າວ/ບົດ​ອື່ນ