ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາອາຊຽນ ແລະ ຄະນະເລຂາສະຫະປະຊາຊາດ

( vovworld ) -   ທີ່​ສຳນັກງານ​ຄະນະ​ເລຂາ​ອາ​ຊຽນ ຢູ່ ຢາ​ກາກ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ ຫາ​ກໍ​ດຳ​ເນີນ​ການ​ເຈລະຈາ​ລະຫວ່າງ​ຄະນະ​ເລຂາ​ອາ​ຊຽນ ​ແລະ ຄະນະ​ເລຂາ​ສະຫະ​ປະຊາ​ຊາດ, ​ເພີ່​ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງສອງ​ຝ່າຍ. ​ແຈ້ງ​ການ​ໜັງສືພິມ​ໃນ​ວັນ​ທີ 8 ກຸມພາ​ຂອງ​ຄະນະ​ເລຂາ​ອາ​ຊຽນ​ໃຫ້​ຮູ້​ວ່າ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ວິທີ​ເຮັດ​ວຽກ​ຂອງ​ຄະນະ​ເລຂາ, ວິທີ​ຮ່ວມ​ມື​ປະຕິບັດ​ຖະ​ແຫຼງການ​ຮ່ວມ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ ອາ​ຊຽນ - ສະຫະ​ປະຊາ​ຊາດ. ສອງ​ຝ່າຍ​ກໍ່​ເຫ​ັນດີ​ເພີ່ມ​ທະວີ​ການ​ຮ່ວມມື​ຜ່ານ​ກອງ​ປະຊຸມສຳ​ມະ​ນາ​ຕ່າງໆລະຫວ່າງ ອາ​ຊຽນ - ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຫຼາຍ​ຫົວ​ຂໍ້ທີ່​ກ່ຽວ​ຂ້ອງ​ການໄກ​ເກັ່ຍປອງ​ດອງ ​ແລະ ສະກັ​ດກັ້ນ​ການ​ປະ​ທະ​ກັນ, ຮັກສາ​​ສັນຕິພາບພາຍຫຼັງ​ການ​ປະ​ທະ​ກັນ.
ຂ່າວ/ບົດ​ອື່ນ