ເພີ່ມທະວີການຮ່ວມມືລະຫວ່າງອົງການກວດກາ ຫວຽດນາມ ແລະ ຟິລິປີນ

ເພີ່ມທະວີການຮ່ວມມືລະຫວ່າງອົງການກວດກາ ຫວຽດນາມ ແລະ ຟິລິປີນ - ảnh 1
ທ່ານ ຮູ່ນຟອງ​ແຈງ ແລະ ທ່ານ​ນາງ Conchita Carpio Morales
ໃນພິທີລົງນາມບົດບັນທຶກຊ່ວຍຈຳ
ພາບ:thanhtra.com.vn

(vovworld)-  ວັນ​ທີ 11/3 ຢູ່ ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ອົງການ​ກວດກາ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ ຮູ່ນຟອງ​ແຈງ (Huỳnh Phong Tranh) ຫົວຫນ້າ​ອົງການ​ດັ່ງກ່າວ​ເປັນ​ຫົວຫນ້າ​ຄະນະ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ກວດກາ ຟິລີບ​ປີນ ​ໂດຍ​ທ່ານ​ນາງ Conchita Carpio Morales ນຳ​ຫນ້າ ​ເນື່ອງ​ໃນ​ໂອ​ກາດ​ຄະນະ​ມາ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ​ຢູ່ ຫວຽດນາມ. ທ່ານ​ຮູ່ນຟອງ​ແຈງ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຄະນະ​ແມ່ນ​​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ສອງ​ຝ່າຍ​ປຶກສາ​ຫາລື, ​ແລກປ່ຽນ​ບົດຮຽນ ​ແລະ ພຶດຕິ​ກຳ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ​້ລາດ​ບັງ​ຫລວງ, ຜ່ານ​ນັ້ນ​ປະກອບ​ສວ່ນຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ, ​ເພີ່ມ​ທະວີ​ການ​ເປີດ​ເຜີຍ,​ໂປ່​ງ​ໃສ ​ແລະ ຄວາມ​ຮັບຜິດຊອບຂອງ​ການ​ອະພິປາຍ​ໃນ​ການ​ເຄື່ອນ​ໄຫວ​ກວດກາ​ຂອງ​ສອງ​ປະ​ເທດ.

                         

ຂ່າວ/ບົດ​ອື່ນ