ເພີ່ມທະວີການຮ່ວມມືລະຫວ່າງອົງການແນວໂຮມປະເທດຊາດຫວຽດນາມ - ກຳປູເຈຍ

ເພີ່ມທະວີການຮ່ວມມືລະຫວ່າງອົງການແນວໂຮມປະເທດຊາດຫວຽດນາມ - ກຳປູເຈຍ - ảnh 1
ທ່ານ​ຮອງ​ປະທານ​ຜູ້​ປະຈຳການ ທັງ​ເປັນ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ລັດ​ແນວ​ໂຮມ​ສາມັກຄີ​ພັດທະນາ​ປະ​ເທດ​ ກຳປູ​ເຈຍ Min Khin ແລະ ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ

(​vovworld) – ປະຊາຊົນ ຫວຽດນາມ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ການ​ພົວພັນ​ສາມັກຄີ, ມິ​ດຕະພາບ​ລະຫວ່າງ​ປະຊາຊົນ ຫວຽດນາມ - ກຳປູ​ເຈຍ, ​ແນວ​ໂຮມ​ປະ​ເທດ​ຊາດ 2 ປະ​ເທດ ຫວຽດນາມ - ກຳປູ​ເຈຍ ​ໄດ້​ຮັບ​ການ​ເພີ່​ມທະວີ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ນັ້ນ​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງລັດ​ແນວ​ໂຮມ​ສາມັກຄີ​ພັດທະນາ​ປະ​ເທດ​ ກຳປູ​ເຈຍ ​ໂດຍ​ທ່ານ​ຮອງ​ປະທານ​ຜູ້​ປະຈຳການ ທັງ​ເປັນ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ລັດ​ແນວ​ໂຮມ​ສາມັກຄີ​ພັດທະນາ​ປະ​ເທດ​ ກຳປູ​ເຈຍ Min Khin, ນຳ​ໜ້າ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮ​ມປະ​ເທດ​ຊາດ ຫວຽດນາມ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຂອງ​ຄະນະ​ຈະ​ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ ປະຊາຊົນ 2 ປະ​ເທດ ຫວຽດນາມ - ກຳປູ​ເຈຍ.

    ກ່ອນ​ໜ້າ​ນັ້ນ, ທີ່​ການ​ເຈລະຈາ​ລະຫວ່າງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ​ສະພາ​ແຫ່ງ​ລັດ​ແນວ​ໂຮມ​ສາມັກຄີ​ພັດທະນາ​ປະ​ເທດ​ ກຳປູ​ເຈຍ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫວູຈ້ອງ​ກິມ ຢືນຢັນ​ວ່າ: ຍາມ​ໃດ ຫວຽດນາມ​ກໍ່​ຖື​ເປັນ​ສຳຄັນ ​ແລະ ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃຫ້​ແກ່​ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ ຫວຽດນາມ - ກຳປູ​ເຈຍ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ