ເພີ່ມທະວີການຮ່ວມມືແລະຫວ່າງ VOV ແລະ ຄະນະ ກຳມະການປະຊາສຳພັນໄທ

ເພີ່ມທະວີການຮ່ວມມືແລະຫວ່າງ VOV ແລະ ຄະນະ ກຳມະການປະຊາສຳພັນໄທ - ảnh 1
(ທ່ານ ຫງວຽນ​ດັງ​ຕຽນ, ຜູ້ອຳນວຍການ​ໃຫຍ່ VOV
ເຮັດວຽກກັບຄະນະ​ກຳມະການ​ປະຊາສຳພັນ​ໄທ)


(vovworld) -     ຕອ​ນ​ເຊົ້າ​ວັນ​ທີ 05/03, ຢູ່​ສຳນັກງານ​ວິທະຍຸ​ກະ​ຈາຍສຽງ​ຫວຽດນາມ​ທີ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ການ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ຄັ້ງ​ທີ 5 ລະຫວ່າງ ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ແລະ ຄະນະ​ກຳມະການ​ປະຊາສຳພັນ​ໄທ. ກ່າວ​ຄຳ​ເຫັນ​​ໄຂ​ການ​ປະຊຸມ, ທ່ານ ຫງວຽນ​ດັງ​ຕຽນ, ຜູ້ອຳນວຍການ​ໃຫຍ່ VOV ​ເນັ້ນ​ໜັກ​ວ່າ; ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ມາ​ຮອດ​ປະຈຸ​ບັນ, ຄະນະ​ກຳມະການ​ປະຊາສຳພັນ ​ແລະ VOV ​ໄດ້​ມີ​ການ​ຮ່ວມ​ມື​ຫຼາຍ​ຢ່າງ​ໃນ​ຂົງ​ເຂດຂ່າວສານ, ​ໂຄສະນາ, ຈາກ​ນັ້ນ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດຫວຽດນາມ - ​ໄທ. ທ່ານ ຫງວຽນ​ດັງ​ຕຽນ, ຜູ້ອຳນວຍການ​ໃຫຍ່ VOV ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ,  2 ຝ່າຍ ຈະ​ສືບ​ຕໍ່​ປຶກສາ​ຫາລື​ຢ່າງ​ລະອຽດ ​ເພື່ອ​ໃຫ້ການ​ຮ່ວມ​ມືບັນລຸ​ປະສິດທິ​ຜົນ​ໃນ​ບັນດາ​ຮູບ​ແບບ​ກະຈາຍສຽງ, ​ໂທລະພາບ ​ແລະ ອີນ​ເຕີ​ແນ​ດ. ທ່ານ​ກ່າວ​ວ່າ.

        “ການ​ພົວພັນ​ດ້ານ​ວຽກ​ງານ​ປະຊາສຳພັນ​ລະຫວ່າງ​ຫວຽດນາມ - ​ໄທ ​ໄດ້ຮັບ​ການ​ສ້າງ​ຂຶ້ນ​ບົນ​ພື້ນຖານ​ການ​ພົວພັນຂອງ 2 ປະ​ເທດ ​ແລະ ການ​ພົວພັນ​ທີ່​ທຽບ​ເທົ່າ​ລະຫວ່າງ 2 ອົງການ​ແມ່ນ​​ເຮັດ​ວຽກ​ງານ​ສື່​ມວນ​ຊົນ. ພວກ​ເຮົາ​ໄດ້​ມີ​ວາລະ​ເຮັດ​ວຽກ​ເປັນ 4 ຄັ້ງ ​ແລະ ນີ້​ແມ່ນ​ການ​ເຮັດ​ວຽກ​ຄັ້ງ​ທີ 5. ດ້ວຍ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ວາງ​ອອກ ​ແລະ ຮ່ວມ​ມື​ໃນ​ຊຸມ​ປີຜ່ານມາ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ ພວກ​ເຮົາ​ຈະ​ມີ​ການ​ຮ່ວມ​ມື​ຢ່າງ​​ແທດ​ຈິງ ​ແລະ ມີ​ປະສິດ​ທິຜົນ​ຍິ່ງກວ່າ​ອີກ. ນອກຈາກ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ກ່ຽວ​ກັບ​ວິຊາ​ສະ​ເພາະ​ແລ້ວ, ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ພວກ​ເຮົາ​ປຶກສາ​ຫາລື​​ເພື່ອ​ຊຸກຍູ້​ການ​ໂຄສະນາ​ພື້ນຖານ​ເສດຖະກິດ​ຂອງ 2 ປະ​ເທດ​ໃຫ້​ສະໜິດ​ຕິດ​ຜັນ​ກວ່າ.”


ເພີ່ມທະວີການຮ່ວມມືແລະຫວ່າງ VOV ແລະ ຄະນະ ກຳມະການປະຊາສຳພັນໄທ - ảnh 2
(ທ່ານ ວູ້ຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່ VOV ແລະ
ທ່ານ​ນາງ ອຳພະວັນ ຈະ​ເລີ​ນກຸນ ຮອງ​ປະທານຄະນະ​ກຳມະການປະຊາສຳພັນ​ໄທ)


ພາຍ​ຫຼັງ​ໄຂ​ກອງ​ປະຊຸມ ​ແມ່ນ​ການ​ປະສຸ​ມປະສົມ​ຄັ້ງ​ທີ 5 ລະຫວ່າງ VOV ​ແລະ ຄະນະ​ກຳມະການ ຄະນະ​ກຳມະການ​ປະຊາສຳພັນໂດຍທ່ານ ວູ້ຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່ VOV ​ແລະ ທ່ານ​ນາງ ອຳພະວັນ ຈະ​ເລີ​ນກຸນຮອງ​ປະທານຄະນະ​ກຳມະການປະຊາສຳພັນ​ໄທ ​ເປັນ​ປະທານຮ່ວມ. 2 ຝ່າຍ​ໄດ້​ປຶກສາ​ຫາລື ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ ​ໃນ​ປີ 2013 ນີ້ ຈະ​ພ້ອມ​ກັນ​ປະຕິບັດ​ບັນດາ​ໂຄງການ​ກະຈາຍສຽງ​ໂທລະພາບ​ຄື; ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ; ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ, ຟິງຮູບ​ເງົາ​ເອກະສານ​ກ່ຽວ​ກັບ​ວິວັດ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ປະທານ​ໂຮ່ຈິ​ມິນ ຢູ່​ໄທ... 2 ຝ່າຍ​ກໍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ຂ້ໍ​ມູນ​ຂ່າວ​ໃນ​ອີນ​ເຕີ​ແນ​ດ, ຍູ້​ແຮງ​ການ​ຮ່ວມມື​ກັບສຳນັກ​ຈະ​ຈາ​ຍສຽງ - ​ໂທລະພາບ​ໄທ ​ເພື່ອ​ປະຕິບັດ​ບາງ​ການ​ຊຸກ​ບຳລຸງ​ໄລຍະ​ຊັ້ນ​ໃຫ້​ແກ່​ຖັນ​ແຖວ​ນັກ​ຂ່າວ ​ແລະ ນັກບັນນາທິການ 2 ປະ​ເທດ.

ຂ່າວ/ບົດ​ອື່ນ