​ເພີ່​ມ​ທະ​ວີການ​ຮ່ວມ​ມື​ໃນຫຼາຍ​ດ້ານລະຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ

(VOVWORLD) - ຕອນເຊົ້າວັນທີ 10 ພຶດສະພາ, ຢູ່ ປະເທດ ອິນໂດເນເຊຍ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດ ອາຊຽນ ຄັ້ງທີ 42, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການພົບປະສະເພາະກັບ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ກະສັດ ບຣູໄນ Sultan Haji Hassanal Bolkiah, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ.

​ເພີ່​ມ​ທະ​ວີການ​ຮ່ວມ​ມື​ໃນຫຼາຍ​ດ້ານລະຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ
(ພາບ: VGP)

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ຄວາມມານະພະຍາຍາມຍົກລະດັບການຮ່ວມມື, ຍູ້ແຮງການເຊື່ອມຕໍ່ດ້ານເສດຖະກິດ, ການເຊື່ອມໂຍງຢ່າງມີປະສິດທິຜົນ, ໜູນຊ່ວຍກັນພັດທະນາເສດຖະກິດ - ສັງຄົມ. ສອງລັດຖະບານຕັດສິນໃຈແກ້ໄຂຂໍ້ຕິດຂັດ ແລະ ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຈຸດສຸມ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ສະຫງວນການສະໜັບສະໜູນ ແລະ ໜູນຊ່ວຍ ຢູ່ລະດັບສູງທີ່ສຸດ ໃຫ້ແກ່ ລາວ ໃນການດຳລົງຕຳແໜ່ງເປັນປະທານອາຊຽນ 2024.

ທີ່ການພົບປະກັບກະສັດ ບຣູໄນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ, ສ້າງປະຖົມປັດໄຈເພື່ອປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນໄລຍະ 2023 – 2027. ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບຊຸກຍູ້ການເຕີບໂຕການຄ້າຕາມທິດເປັນຫຼາຍຮູບຫຼາຍແບບ ແລະ ດຸ່ນດ່ຽງ ຜ່ານການເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ດ້ວຍ 4 ເສົາຄ້ຳສຳຄັນ.

ໃນການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫລົງ, ນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈຜ່ານການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ສ້າງປະຖົມປັດໄຈຢ່າງໝັ້ນແກ່ນເພື່ອຜັນຂະຫຍາຍການຮ່ວມມືຢ່າງຮອບດ້ານລະຫວ່າງສອງຝ່າຍ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ .ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ມາເລເຊຍ ສ້າງຄວາມສະດວກກ່ວາອີກໃຫ້ແກ່ສິນຄ້າ, ການບໍລິການຂອງ ຫວຽດນາມ ແຊກຊືມເຂົ້າກັບຕະຫຼາດມາເລເຊຍ, ໃນນັ້ນມີບັນດາຜະລິດຕະພັນ Halal, ສົ່ງເສີມວິສາຫະກິດ ມາເລເຊຍ ເພີ່ມທະວີການມາລົງທຶນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ