ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽນ​ດາມ ແລະ ສ.ເຊັກ​ໂກ

(VOVWORLD) - ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ມີຄວາມຫວັງພ້ອມກັບ ສ.ເຊັກໂກ ສືບຕໍ່ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ເປັນຕົ້ນແມ່ນການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽນ​ດາມ ແລະ ສ.ເຊັກ​ໂກ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ເຊັກໂກ Jan Lipavsky (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເຊັກໂກ Jan Lipavsky, ໃນລະຫວ່າງວັນທີ 9 ຫາວັນທີ 10 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໄປຢາມ ສ.ເຊັກໂກ ຢ່າງເປັນທາງການ.

ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນໄດ້ພົບປະກັບທ່ານ ປະທານສະພາສູງ Milos Vystricil, ພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ Jan Lipavsky. ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ມີຄວາມຫວັງພ້ອມກັບ ສ.ເຊັກໂກ ສືບຕໍ່ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ເປັນຕົ້ນແມ່ນການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ການທ່ອງທ່ຽວ, ພົບປະແລກປ່ຽນປະຊາຊົນ…ສ່ວນ ບັນດາການນຳ ເຊັກໂກ ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງ ເຊັກໂກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຕີລາຄາສູງທີ່ຕັ້ງບົດບາດ ທີ່ນັບມື້ນັບສຳຄັນຂອງ ຫວຽດນາມ.

ແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບນຳໃຊ້ບັນດາກາລະໂອກາດຈາກ EVFTA ຢ່າງມີປະສິດທິຜົນ, ສ້າງເງື່ອນໄຂໃຫ້ແກ່ສິນຄ້າສົ່ງອອກ ຂອງສອງປະເທດ ໄດ້ສຳຜັດກັບຕະຫຼາດຂອງກັນ, ເພີ່ມທະວີປະສິດທິຜົນໃນການເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສ.ເຊັກໂກ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ສອງປະເທດເຊື່ອມຕໍ່, ຊອກຮູ້ຕະຫຼາດຂອງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ