ເພີ່ມທະວີການຮ່ວມມືໝູນຊ່ວຍດ້ານຕຸລາການກ່ຽວກັບຄະດີອາຍາ ລະຫວ່າງຫວຽດນາມ - ສິງກະໂປ

(VOVWORLD) -ທ່ານໄອຍະການສູງສຸດສິງກະໂປ ແລະ ຫົວຫນ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ເຂົ້າຮ່ວມການພົບປະເຈລະຈາເພື່ອແລກປ່ຽນກາລະໂອກາດການຮ່ວມມື ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍ ສ້າງພື້ນຖານທາງນິຕິກຳອັນສຳຄັນເພື່ອຊຸກຍູ້ບັນດາເຄື່ອນໄຫວການຮ່ວມມືໃນໄລຍະເວລາຈະມາເຖິງ
ເພີ່ມທະວີການຮ່ວມມືໝູນຊ່ວຍດ້ານຕຸລາການກ່ຽວກັບຄະດີອາຍາ ລະຫວ່າງຫວຽດນາມ - ສິງກະໂປ - ảnh 1ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຫ່ວາບີ່ງ ແລະ  ທ່ານ Lucien Wong (ພາບ: TTXVN)

ທີ່ການຕ້ອນຮັບ ທ່ານ Lucien Wong ໄອຍະການສູງສຸດສິງກະໂປ ທີ່ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຫ່ວາບີ່ງໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ສິງກະໂປໄດ້ເຂົ້າຮ່ວມການໝູນຊ່ວຍດ້ານຕຸລາການໃນກຸ່ມອາຊຽນ ທັງສອງປະເທດໄດ້ປະຕິບັດການມອບໝາຍຕຸລາການກ່ຽວກັບຄະດີອາຍາທີ່ບັນລຸໝາກຜົນຫຼາຍຢ່າງ. ທ່ານຮອງນາຍົກລັດຖະມົນຕີສະແດງຄວາມເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຈະກ້າວເຂົ້າສູ່ໄລຍະພັດທະນາໃຫມ່ໃນສະພາບການເສດຖະກິດຢູ່ແຕ່ລະປະເທດ ແລະ ພາກພື້ນກຳລັງພັດທະນາຢ່າງແຮງ, ພ້ອມທັງຫວັງວ່າ ທ່ານໄອຍະການສູງສຸດສິງກະໂປເປັນເພື່ອນທີ່ດີເຊິ່ງມີການປະກອບສ່ວນໃນການຊຸກຍູ້ການຮ່ວມມືໃນທຸກດ້ານລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມື ດ້ານຍຸຕິທຳ. ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ທ່ານໄອຍະການສູງສຸດສິງກະໂປ ແລະ ຫົວຫນ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ເຂົ້າຮ່ວມການພົບປະເຈລະຈາເພື່ອແລກປ່ຽນກາລະໂອກາດການຮ່ວມມື ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍ ສ້າງພື້ນຖານທາງນິຕິກຳອັນສຳຄັນເພື່ອຊຸກຍູ້ບັນດາເຄື່ອນໄຫວການຮ່ວມມືໃນໄລຍະເວລາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ