ເພີ່ມທະວີການຮ່ວມສຳພັນລະຫວ່າງພາກສ່ວນລົງທຶນພາຍໃນກັບພາກສ່ວນລົງທຶນຕ່າງປະເທດ

(VOVWORLD) - ວັນທີ 16/6, ຢູ່ ຮ່າໂນ້ຍ, ເວທີປາໄສວິສາຫະກິດ ຫວຽດນາມ (VBF) ກາງສະໄໝ 2017 ໄດ້ຮັບການຈັດຕັ້ງ,
ເພີ່ມທະວີການຮ່ວມສຳພັນລະຫວ່າງພາກສ່ວນລົງທຶນພາຍໃນກັບພາກສ່ວນລົງທຶນຕ່າງປະເທດ - ảnh 1 ເວທີປາໄສວິສາຫະກິດ ຫວຽດນາມ (VBF) ກາງສະໄໝ 2017 (ພາບ: enternews)

ດ້ວຍການເຂົ້າຮ່ວມຂອງການນຳລັດຖະບານ, ບັນດາອົງການກ່ຽວຂ້ອງຂອງ ຫວຽດນາມ ແລະ ບັນດາຄູ່ຮ່ວມມືສາກົນ, ບັນດາສະຫະສະມາຄົມວິສາຫະກິດການຄ້າ ແລະ ປະຊາຄົມວິສາຫະກິດ ຫວຽດນາມ. ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມສຳພັນລະຫວ່າງພາກສ່ວນລົງທຶນພາຍໃນກັບພາກສ່ວນລົງທຶນຕ່າງປະເທດໃນສະພາບການໃໝ່ຂອງພື້ນຖານເສດຖະກິດໂລກ“. ບັນດາຜູ້ແທນປຶກສາຫາລືບັນດາມາດຕະການໜູນຊ່ວຍພາກສ່ວນວິສາຫະກິດຂະໜາດນ້ອຍ ແລະ ກາງ ຮ່ວມສຳພັນກັບວິສາຫະກິດ FDI, ເຂົ້າຮ່ວມລະບົບການຜະລິດໃນພາກພື້ນ ແລະ ໂລກ, ກ້າວໄປເຖິງການລົບລ້າງຊາຍແດນແຫ່ງຊາດໃນການຜະລິດ. ຜູ້ຕາງໜ້າສະຫະສະມາຄົມວິສາຫະກິດບັນດາປະເທດ ແລະ ກຸ່ມປະຕິບັດງານຂອງເວທີປາໄສວິສາຫະກິດ ຫວຽດນາມ ໄດ້ຍົກອອກບັນດາຂໍ້ສະເໜີຕໍ່ລັດຖະບານ, ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ໃນຂົງເຂດອຸດສາຫະກຳ, ໄຟຟ້າ ແລະ ພະລັງງານ, ທີ່ດິນ, ຕະຫຼາດທຶນ, ຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ… ທ່ານ Kyle F.Kelhofer, ຜູ້ອຳນວຍການຂັ້ນສູງຂອງອົງການການເງິນສາກົນ (IFC) ປະຈຳ ຫວຽນາມ, ລາວ, ກຳປູເຈຍ, ຊີ້ແຈ້ງວ່າ:

        “ຫວຽດນາມ ຄວນແກ້ໄຂຄວາມຂາດແຄນຂອງຂະແໜງອຸດສາຫະກຳສຳຮອງ. ນັ້ນແມ່ນສິ່ງສຳຄັນໃນເລື່ອງເຊື່ອມຕໍ່ກັບບັນດາວິສາຫະກິດລົງທຶນຕ່າງປະເທດ. ອຳນາດການປົກຄອງທຸກຂັ້ນ ຕ້ອງມີບັນດາການກະທຳເພື່ອຊຸກຍູ້ ແລະ ສົ່ງເສີມການປ່ຽນໃໝ່ໃນພາກສ່ວນເອກະຊົນ ເພື່ອໃຫ້ເຂົາເຈົ້າສາມາດປະເຊີນໜ້າກັບຄວາມຊວຍໃນສາຍພົວພັນນີ້. ພາກສ່ວນເອກະຊົນຂອງ ຫວຽດນາມ ຄວນສືບຕໍ່ປ່ຽນໃໝ່ເພື່ອສາມາດຄົງຕົວ ແລະ ພັດທະນາໃນສະພາບການປ່ຽນແປງຢ່າງໄວວາ ແລະ ກຳລັງແກ່ງແຍ້ງນັບມື້ນັບເພີ່ມຂຶ້ນຄືປະຈຸບັນ“.

        ເຂົ້າຮ່ວມແລະກ່າວຄວາມເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມກາງສະໄໝ 2017, ທ່ານ ເວືອງດິ່ງເຫ້, ຮອງນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ:

        “ທັດສະນະ ແລະ ຫຼັກໝັ້ນຂອງລັດຖະບານ ຫວຽດນາມ ແມ່ນຖື FDI ແມ່ນພາກສ່ວນໜຶ່ງທີ່ສຳຄັນໃນພື້ນຖານເສດຖະກິດ ຫວຽດນາມ ແລະ ມີແຜນນະໂຍບາຍສືບຕໍ່ດຶງດູດຢ່າງແຮງ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ FDI ເຂົ້າລົງທຶນ, ດຳເນີນທຸລະກິດສຳເລັດຜົນຢູ່ ຫວຽດນາມ, ຖືຜົນສຳເລັດຂອງ FDI ເປັນຜົນສຳເລັດຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ. ພ້ອມທັງມີນະໂຍບາຍເຊື່ອມຕໍ່ FDI ແລະ ພາກສ່ວນເສດຖະກິດພາຍໃນປະເທດ ໃນພື້ນຖານເສດຖະກິດແຫ່ງຊາດເປັນເອກະພາບ ເພື່ອສາມາດເຊື່ອມໂຍງກັບສາກົນສຳເລັດຜົນ ແລະ ເພື່ອໃຫ້ບັນດາວິສາຫະກິດ FDI ແລະ ບັນດາ ວິສາຫະກິດ  ຫວຽດນາມ ມີກຳລັງຢ່າງພຽງພໍເພື່ອເຂົ້າຮ່ວມລະບົບຄຸນຄ່າຂອງພາກພື້ນ ແລະ ໂລກ, ຍົກສູງກຳລັງແກ່ງແຍ້ງຂຶ້ນ “.

ຕອບກັບ

ຂ່າວ/ບົດ​ອື່ນ