ເພີ່ມທະວີການເຄື່ອນໄຫວຕິດຕາມກວດກາຂອງວົງຄະນະຍາດສຳລັບບັນດາໂຄງການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ

ເພີ່ມທະວີການເຄື່ອນໄຫວຕິດຕາມກວດກາຂອງວົງຄະນະຍາດສຳລັບບັນດາໂຄງການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ - ảnh 1
(ພາບປະກອບ)

(vovworld) – ​ວັນ​ທີ 19/12, ຢູ່​ຮ່າ​ໂນ້ຍ, ອົງການ​ກວດກາ​ລັດຖະບານ ສົມທົບ​ກັບ​ສະຖານທູດ ອຽກລັງ ປະຈຳ​ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ​ແບ່ງປັນ​ໝາກ​ຜົນຄົ້ນ​ຄວ້າ, ພິຈາລະນາ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ການ​ລົງທຶນ​ຂອງ​ວົງ​ຄະນະ​ຍາດ ສຳລັບ​ບັນດາ​ໂຄງການ​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນການ​ສໍ້​ລາດ​ບັງ​ຫຼວງ. ການ​ຄົ້ນຄວ້າ​ໄດ້​ຮັບ​ການ​ປະຕິບັດ​ຢູ່ 4 ​ແຂວງ, ນະຄອນ ທີ່​ເປັນຕົວແທນໃຫ້​ບັນດາເຂດ​​ແຄ້ວ​ນດ້ວຍ 864 ບັດ​ຊັກຖາມ. ຜ່ານ​ນັ້ນ​ຢືນຢັນ​ການ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຂອງ​ວົງ​ຄະນະ​ຍາດຕໍ່​ການ​ປະຕິບັດ​ບັນດາ​ລາຍການ, ​ໂຄງການ​ລົງທຶນ ​ແມ່ນ​ແຜນ​ນະ​ໂຍບາຍ​ອັນ​ຖືກຕ້ອງ​ຂອງ​ພັກ, ລັດ. ສຳລັບ​ບັນດາ​ໂຄງການລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ວົງ​ຄະນະ​ຍາດ ​ໄດ້​ສວມ​ບົດບາດ​ສຳຄັນ​ຍິ່ງ ​ໃນ​ການ​ຮັບ​ປະກັນ​ບັນດາ​ກິດຈະກຳ, ​ໂຄງການ, ປະກອບສ່ວນ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ.

        ກອງ​ປະຊຸມ​ສຳ​ມະ​ນາ​ສະ​ເໜີ​ໃຫ້​ບັນດາ​ອົງການ​ຂອງ​ລັດ​ທີ່​ມີ​ສິດ​ຕັດສິນ ປັບປຸງ, ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ການ​ລົງທຶນ​ຂອງ​ວົງ​ຄະນະ​ຍາດ; ປັບປຸງ​ບັນດາ​​ເນື້ອ​ໃນ, ລາຍການ, ​ໂຄງການລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ; ຍົກ​ສູງ​ຄວາ​ມຮັບ​ຮູ້​ຂອງ​ປະຊາຊົນ​ກ່ຽວ​ກັບ​ຈຸດໝາຍ, ຜົນ​ປະ​ໂຫຍ​ດຂອງ​ບັນດາ​ໂຄງການລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຄວາມ​ໝາຍ​ຂອງ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ການ​ລົງທຶນ​ຂອງ​ວົງ​ຄະນະ​ຍາດ.

ຂ່າວ/ບົດ​ອື່ນ