ເພີ່ມທະວີການໂຄ ສະນາສະຖານທີ່ທ່ອງທ່ຽວ ຫວຽດນາມ ທີ່ “ປອດໄພ, ສະໜິດສະໜົມ, ມີຄຸນນະພາບ”

ເພີ່ມທະວີການໂຄ ສະນາສະຖານທີ່ທ່ອງທ່ຽວ ຫວຽດນາມ ທີ່ “ປອດໄພ, ສະໜິດສະໜົມ, ມີຄຸນນະພາບ” - ảnh 1
(ພາບປະກອບ)

(vovworld) – ​​​​ເພີ່​ມທະວີ​ການ​ໂຄສະນາ​ສະຖານ​ທີ່​ທ່ອງ​ທ່ຽວ​ຫວຽດນາມ ທີ່ “ປອດ​ໄພ, ສະໜິດສະໜົມ, ມີ​ຄຸນ​ນະພາ​ບ”. ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່າ​ນລັດຖະມົນຕີ​ກະຊວງ​ວັດທະນະທຳ, ກຳລາ ​ແລະ​ ທ່ອງ​ທ່ຽວ ຮ່ວາງ​ຕວນ​ແອ​ງ ​ໃນ​ລາຍການ “ປະຊາຊົນ​ຖາມ - ລັດຖະມົນຕີ​ຕອບ” ​ໃນ​ວັນ​ທີ 17/08. ຕາມ​ທ່ານ​ລັດຖະມົນຕີ ຮ່ວາງ​ຕວນ​ແອ​ງ ​ແລ້ວ, ​ໄລ່ລວມ 7 ​ເດືອນ​ຕົ້ນປີ 2014, ຈຳນວນ​ແຂກ​ທ່​ອງທ່ຽວ​ສາກົນ​ມາ​ຫວຽດນາມ ຄາດ​ວ່າ​ບັນລຸ​​ເກືອບ 4,9 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 16% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ 2013. ​ແລະ​ກໍ່​ໃນ 7 ​ເດືອນ​ຕົ້ນ​ປີ 2014, ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ຮັບ​ໃຊ້​ແຂ​ກທ່ອງ​ທ່ຽວ​ພາຍ​​ໃນ​ປະ​ເທດ​ກ່ວາ 17 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ເກືອບ 7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ 2013. ທ່ານ​ລັດຖະມົນ​ຕີ​ຮ່ວາງ​ຕວນ​ແອ​ງ ​ໃຫ້​ຮູ້​ວ່າ ​ເພື່ອ​ດຶງ​ດູດ​ການ​ຊຸກຍູ້​ລະ​ດັບ​ເຕີບ​ໂຕ​ດ້ານ​ການທ່ອງທ່ຽວ​ຫວຽດນາມ ​ໃນ​ຊຸມ​ເດືອນ​ຍັງ​​ເຫຼືອ​ຂອງ​ປີ 2014 ​ແລະ ຊຸມ​ປິ​ຕໍ່​ໄປ, ກະຊວງ​ວັດທະນະທຳ, ກຳລາ ​ແລະ​ ທ່ອງ​ທ່ຽວ ​ໄດ້​ເປັນ​ເຈົ້າ​ການ, ຜັນ​ຂະຫຍາຍ​ບັນດາ​ໝວດ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ.

        “ທຳ​ອິດ​ແມ່ນ​ເພີ່ມ​ທະວີ​ວຽກ​ງານ​ສື່ສານ, ໂຄສະນາທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ໂຄສະ​ນາ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ, ພາບ​ພົດ​ຂອງ​ຫວຽດນາມ​​ ເຊິ່ງ​ເປັນ​ສະຖານ​ທີ່ ທີ່ “ປອດ​ໄພ, ສະໜິດສະໜົມ, ມີ​ຄຸນ​ນະພາ​ບ”. ຕໍ່​ຈາກ​ນັ້ນ, ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ຕ້ອງ​ປະຕິບັດ​ວຽກ​ງານ​ສົ່ງ​ເສີມ, ໂຄສະນາ, ​ເປີດ​ກວ້າງ​ຕະຫຼາດ​ທ່ອງ​ທ່ຽວສາກົນ​ໄປ​ຍັງ​ບັນດາ​ຕະຫຼາດ​ໃໝ່, ຫຼີກ​ລ້ຽງ​ການ​ຂຶ້ນ​ກັບ​ຕະຫຼາດ​ທີ່​ມີ​ຢູ່​ແລ້ວ. ນອກ​ນັ້ນ, ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ຕ້ອງຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ ຊາວ​ຫວຽດນາມ ​ໄປ​ທ່ອງ​ທ່ຽວ​ຫວຽດນາມ ​ຕື່​ມອີກ”.

        ທ່ານ​ລັດຖະມົນຕີ ຮ່ວາງ​ຕວນ​ແອ​ງ ກໍ່​ຖື​ວ່າ, ບັນດາ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ​ ທ່ອງ​ທ່ຽວ ທ້ອງ​ຖິ່ນ​ຕ້ອງ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ໃນ​ຄວາມ​ມານະ​ພະຍາຍາມ​ແນະນຳ, ​ໂຄສະນາ​ໃຫ້​ແຕ່ລະ​ທ້ອງ​ຖິ່ນ ​ແລະ ຜ່ານ​ນັ້ນ​ໂຄສະນາ​ປະ​ເທດ​ຫວຽດນາມ ​ແມ່ນ 1 ​ໃນ​ຈຳນວນ 20 ປະ​ເທດ​ທີ່​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ດູດ​ດື່ມ​ທີ່​ສຸດ​ໃນ​ໂລກ.

ຂ່າວ/ບົດ​ອື່ນ