ເພີ່ມທະວີການໂຄສະນາຂໍ້ມູນຂ່າວຕ່າງປະເທດມີບົດບາດສຳຄັນໃນພາລະກິດພັດທະນາແລະປົກປັກຮັກສາປະເທດຊາດ

ເພີ່ມທະວີການໂຄສະນາຂໍ້ມູນຂ່າວຕ່າງປະເທດມີບົດບາດສຳຄັນໃນພາລະກິດພັດທະນາແລະປົກປັກຮັກສາປະເທດຊາດ - ảnh 1
(​ທ່ານ​ຜູ້ອຳນວຍການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽນ
ເຮັດ​ວຽກ​ກັບ​ພະນັກງານ​ຂອງ​ສະຖານທູດຫວຽດນາມ ປະຈຳ​ສ.​ເຊັກ​​ໂກ)


​​(vovworld) - ​ໃນ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ຕົນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ຍາມ​​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການໂຄສະນາຂໍ້​ມູນ​ຂ່າວຕ່າງປະ​ເທດ, ຊ່ວຍ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​​ໄສ​ຢູ່​ຕ່າງປະ​ເທດ ​ແລະ ບັນດາ​ປະ​ເທດ​ອື່ນໆ​ເຂົ້າ​ໃຈ​ກວ່າກ່ຽວ​ກັບປະ​ເທດ​ຊາດ, ມະນຸດ ​ແລະ ວັດທະນະ​ທຳ​ຂອງຫວຽດນາມ, ຊຸກຍູ້​ການ​ໂຄສະນາ​ຮູບ​ພາບ ​ແລະ ການພົບ​ປະ​ແລກປ່ຽນ​ກັບ​ສາກົນ. ສິ່ງ​ດັ່ງກ່າວ​ໂດຍ​ທ່ານ​ຜູ້ອຳນວຍການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽນ ຢືນຢັນ ​ເມື່ອ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ພະນັກງານ​ຂອງ​ສະຖານທູດຫວຽດນາມ ປະຈຳ​ສ.​ເຊັກ​​ໂກ, ​ໃນ​ວັນ​ທີ 13/07. ທ່ານຜູ້ອຳນວຍການ​ໃຫຍ່ ຫງວຽນ​ດັງ​ຕ໋ຽນ ​ໄດ້​ແຈ້ງ​ໃຫ​້​ສະຖານ​ທູ​​ດຫວຽດນາມ ປະຈຳ​ສ.​ເຊັກ​ໂກ ຊາບກ່ຽວ​ກັບ​​ການ​ເປີດ​ສະຫຼອງສຳນັກງານ VOV ປະຈຳ​ນະຄອນຫຼວງ Praha ​ໃນ​ວັນ​ທີ 14/07 ​ແລະ ປາດ​ຖະໜາ​ວ່າ, ສະ​ຖານ​ທູດສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ມີບັນດາ​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ເພື່ອ​ໃຫ້​ສຳນັກງານດັ່ງກ່າວ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳ​ສ.​ເຊັກ​ໂກ ​ເຈືອງ​ແມ້ງ​​ເຊີນ ຖື​ວ່າ, ການ​ເພີ່ມ​ທະວີການໂຄສະນາຂໍ້​ມູນ​ຂ່າວຕ່າງປະ​ເທດ ​ມີບົດບາດ​ສຳຄັນ​ຍິ່ງ​ໃນ​ພາລະກິດ​ພັດທະນາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ເປີດ​ສຳນັກງານ VOV ​ປະຈຳ​ເຊັກ​ໂກ ຈະ​ປະກອບສ່ວນ​ເພີ່ມ​​ທະວີອິດທິ​ພົນ​ຊື່​ສຽງ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​​ເຊັກ​ໂກ, ຊ່ວຍ​ອະນຸລັກ​ຮັກສາ​ວັດທະນະທຳ​ຂອງ​ຊາດ, ຊຸກ​ຍູ້​ການ​ເຊື່ອມ​ໂຍງ ​ແລະ ປະກອບ​ສ່ວນ​ເຂົ້າ​​ໃນ​ການ​ພັດທະນາ​ຂອງ​ສັງຄົມ​ເຊັກ​ໂກ.

ຂ່າວ/ບົດ​ອື່ນ