ເພີ່ມທະວີການໂຄສະນາປ້ອງກັນພະຍາດMERSໃຫ້ຊາວຕ່າງປະເທດຢູ່ຫວຽດນາມ

ເພີ່ມທະວີການໂຄສະນາປ້ອງກັນພະຍາດMERSໃຫ້ຊາວຕ່າງປະເທດຢູ່ຫວຽດນາມ - ảnh 1
ພາບ​ປະ​ກອບ

(vovworld) – ​ ​ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ຫງວຽນ​ທິ​ກິມ​ຕ໋ຽນ ຫາກໍ່​ເຊັນຈົດ​ໝາຍ​ທາງ​ການ​ສະ​ເໜີ​ໃຫ້​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ຜັນ​ຂະ​ຫຍາຍ​ການ​ປ້ອງ​ກັນ, ຕ້ານ​ເຊື້ອ​ພະ​ຍາດ MERS ສຳ​ລັບ​ພົນ​ລະ​ເມືອງ​ຕ່າງ​ປະ​ເທດ ຢູ່ ຫວຽດ​ນາມ, ພິ​ເສດ​ແມ່ນ​ຢູ່​ບັນ​ດາ​ເຂດ​ຜະ​ລິດປຸງ​ແຕ່ງ, ເຂດ​ອຸດ​ສາ​ຫະ​ກຳ ແລະ ກິ​ດ​ຈະ​ກຳ​ກໍ່​ສ້າງ. ຈົດ​ໝາຍ​ທາງ​ການ​ໄດ້​ຊີ້​ແຈ້ງວ່າ: ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ຊ​ີ້​ນຳ​ພະ​ແນກ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ແລະ ບັນ​ດາ​ຄະ​ນະ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ສົມ​ທົບ​ກັບ​ຄະ​ນະ​ຄຸ້ມ​ຄອງ​ບັນ​ດາ​ເຂດ​ປຸງ​ແຕ່ງ, ເຂດ​ອຸດ​ສາ​ຫະ​ກຳ, ກິດ​ຈະ​ກຳ​ກໍ່​ສ້າງ​ເພື່ອ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ສຳ​ລັບ​ພົນ​ລະ​ເມືອງ ສ. ເກົາຫຼີ ແລະ ເຂດຕາ​ເວັນ​ອອກ​ກາງ ​ທີ່ພວມ​ອອກ​ແຮງ​ງານ, ເຮັດ​ວຽກ​ຢູ່ ຫວຽດ​ນາມ ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ເຊື້ອ​ພະ​ຍາດ MERS. ບັນ​ດາ​ທ້ອງ​ຖິ່ນ​ຮຽກ​ຮ້ອງ​ໃຫ້​ຜູ້​ທີ່​ມາ​ຈາກ​ເຂດ​ມີ​ໂລກ​ພະ​ຍາດ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​​ແຈ້ງ​ອາ​ການ​ສຸ​ຂະ​ພາບ​ຢູ່​ດ່ານ​ຊາຍ​ແດນ ແລະ ຕິດ​ຕາມກວດ​ກາ​ສຸ​ຂະ​ພາບ​ຕົນ​ເອງ​ໃນ​ຮອບ​ເວ​ລາ 14 ວັນ, ຖ້າ​ຫາກ​ມີ​ອາ​ການບໍ່​ເປັນ​ປົກ​ກະ​ຕິ​ຕ້ອງ​ແຈ້ງ​ໃຫ້​ພະ​ແນກ​ສາ​ທາ​ລະ​ນະ​ສຸກ ໄດ້​ຮັບ​ຊາບ.


ຂ່າວ/ບົດ​ອື່ນ