ເພີ່ມທະວີການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກຫຼັງສົງຄາມຢູ່ຫວຽດນາມ

ເພີ່ມທະວີການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກຫຼັງສົງຄາມຢູ່ຫວຽດນາມ - ảnh 1
ການ​ສຳ​ມະ​ນາ “​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​
ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ​ຢູ່​ ຫວຽດນາມ“

(vovworld) - ບັນດາ​ຂໍ້​ຈຳກັດ​ໃນ​ລາຍການ ​ແລະ ການ​ບໍລິການ​ໜູນ​ຊ່ວຍ​ສັງຄົມ​ຕ່າງໆ ​ເພື່ອ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ນັ້ນ, ​ແມ່ນ​ບັນຫາ​ທີ່​ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ໃນ​ການ​ສຳ​ມະ​ນາ “​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ​ຢູ່​ ຫວຽດນາມ“ ​ໂດຍ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 13/1. ຢູ່ ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ ​ໂຕ​ດຶກ, ຮອງ​ຫົວໜ້າ​ກົມ​ອຸປະ​ກະ​ລະ​ສັງຄົມ, ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໃຫ້​ຮູ້​ວ່າ, ​ໄລຍະ 2016-2020, ຈະ​ກໍ່ສ້າງ​ແຜນ​ສັງ​ລວມລະດັບ​ຊາດ ​ເພື່ອ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ, ສຸມ​ໃສ​ບັນດາ​ໜ້າ​ທີ່​ຕົ້ນຕໍ​ແມ່ນ​ປິ່ນປົວ​ຢ່າງ​ທັນ​ການ, ມີ​ປະສິດທິ​ຜົນ ​ແລະ ຍົກ​ສູງ​ຄວາມ​ສາມາດ​ຂອງ​ລະບົບກາ​ຍະ​ບຳບັດ ​ແລະໜູນ​ຊ່ວຍ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ; ໜູນ​ຊ່ວຍ​ໃນ​ການ​ລ້ຽງ​ຊີບ, ​ໃຫ້​ກູ້​ຢືມ​ທຶນ, ກໍ່ສ້າງ​ວິຊາ​ຊີບ, ຊອກ​ຫາ​ວຽກ​ເຮັດ​ງານ​ທຳ; ​ເພີ່ມ​ຖັນ​ແຖວ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ກາ​ຍະ​ບຳບັດ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ

“ປະຈຸ​ບັນ​ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ພວມ​ປັບປຸງ ​ແລະ ຈະ​ຍື່ນ​ຕໍ່​ລັດຖະບານ​ແຜນ​ຮ່າງ, ຖານ​ຂໍ້​ມູນ​ກ່ຽວ​ກັບ​ຊີວິດ​ສັງຄົມ, ​ ແຜນ​ຮ່າງ​ຍັງ​ມີ​ເນື້ອ​ໃນ​ກໍ່ສ້າງ​ລະບົບ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ຄົນ​ພິການ, ​ໃນ​ນັ້ນມີຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​​. ນີ້​ແມ່ນ​ພື້ນຖານ​ເພື່ອ​ກໍ່ສ້າງ​ລະບົບ​ຖານ​ຂໍ້​ມູນ​ທີ່​ຮັບປະກັນ​ລັກສະ​ນະ​ເປັນ​ເອກະ​ພາບ, ກໍ່​ຄື​ຮັບປະກັນ​ການ​ແບ່ງປັນ​ລະຫວ່າງ​ກະຊວງ, ຂະ​ແໜງ​ການ, ບັນດາ​ຄູ່​ຮ່ວມ​ມື​ສາກົນ ​ແລະ ທ້ອງ​ຖີ່​ນຕ່າງໆ.“


ຕອບກັບ

ຂ່າວ/ບົດ​ອື່ນ