ເພີ່ມທະວີຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ

ເພີ່ມທະວີຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ພົບປະກັບ
ທ່ານ​ປະທານ​ປະ​ເທດ​ລາວ ຈຸມມະ​ລີ ​ໄຊ​ຍະ​ສອນ)

(vovworld) –ຕອນ​ບ່າຍ​ວັນ​ທີ 25/3, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ກັບ​ເມືອ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ລາວ ຈຸມມະ​ລີ ​ໄຊ​ຍະ​ສອນ ຢ່າງ​ຈົບງາມ. ການ​ຢ້ຽມຢາມ​ໄດ້​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ, ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ. ​ໃນ​ສອງ​ມື້​ແຫ່ງ​ການ​ຢ້ຽມຢາມ​ລາວ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈຸມມະ​ລີ ​ໄຊ​ຍະ​ສອນ, ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ປານີ ຢາ​ທໍ​່ຕູ້. ທີ່​ການ​ພົບ​ປະ​ເຈລະຈາ​ຄັ້ງ​ຕ່າງໆ​ ​ທັງ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ພ້ອມ​ກັນ​ມານະ​ພະຍາຍາມ​ສູ້​ຊົນ​ຮັກສາ​ສາຍ​ພົວພັນ​ຫວຽດນາມ - ລາວ​ໃຫ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ບັນລຸ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ​ໃນ​ທຸກ​ຂົງ​ເຂດ. ສອງ​ຝ່າຍ​ສືບ​ຕໍ່​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ໝາກຜົນ​ກອງ​ປະຊຸມ​ຄັ້ງ​ທີ 37 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ. ​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ສະບັບ​ໃໝ່, ​ແມ່ນ​ບາດກ້າວ​ບຸກທະລຸ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍບາຍ, ​ເພື່ອສູ້​ຊົນນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ​ໃຫ້​ໄດ້ 2 ຕື້ USD ​ໃນປີ 2015, ​ເພີ່ມ​ຂຶ້ນ 40% ​ເມື່ອ​ທຽບ​ໃສ່​ປີ 2014; ​ແລກປ່ຽນ, ສ້າງສັນ​ຍາ​ການ​ຄ້າ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2015 ​ແລະ ປະຕິບັດ​ສຳ​ເລັດ “​ແຜນ​ສັງ​ລວມພັດທະນາ​ການ​ຄ້າ​ຊາຍ​ແດນ​ຫວຽດນາມ - ລາວ​ເຖິງ​ປີ 2020 ​ແລະ ວິ​ໄສ​ທັດ​ເຖິງ​ປີ 2025“. ພ້ອມ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ, ຫວຽດນາມ ​ແລະ ລາວ ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ​ເຊິ່ງທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ. ສອງ​ຝ່າຍ​ກໍ່​ແລກປ່ຽນ​ກ່ຽວ​ກັບ​ເລື່ອງ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ເລື່ອງ​ນຳ​ໃຊ້​ແຫຼ່ງນຳ້​ແມ່​ນ້ຳຂອງ, ​ໃນ​ນັ້ນ​ມີ​ການ​ກໍ່ສ້າງ​ບັນດາ​ກິດຈະກຳ​ເຂື່ອນ​ໄຟຟ້າ​ຢູ່​ແມ່​ນຳ້ຂອງ.

    ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສປປ.ລາວ ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາວ ​ແລະ ພັນ​ລະ​ຍາ​ ປະສົບ​ພົນ​ສຳ​ເລັດ​ຢ່າງ​ຈົບງາມ, ​ເປັນ​ການ​ຢັ້ງ​ຢືນອີກ​ເທື່ອ​ໜຶ່ງ​​ເຖິງຄວາມ​ຕັດສິນ​ໃຈ​ຂອງ 2 ປະ​ເທດ ພ້ອມ​ກັນ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ທີ່​ສັດ​ຊື່​ບໍ່​ລິ​ສຸດ​ຜຸດ​ຜ່ອງຕະຫຼອດ​ໄປ.

  ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 25/03, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ມາ​ຢ້ຽມຢາມ​ສະຖານທູດ​ຫວຽດນາມ ປະຈຳ​ລາວ. ​ໂອ້​ລົມ​​ກັບ​ພະນັກງານ, ພໍ່​ແມ່​ປະຊາຊົນ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ, ຮໍ່າຮຽນ, ທຳ​ມາ​ຫາ​ກິນ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ປະທານ​ປະ​ເທດ ສະ​ແດງ​ຄວາມພາກພູມ​ໃຈ​ເມື່ອ​​ເຫັນ​ວ່າ ຊີວິດ​ຂອງ​ພໍ່​ແມ່​ປະຊາຊົນ​ນັບ​ມື້​ນັບ​ດີກ​ວ່າ​ເກົ່າ. ທ່ານ​ປະທາ​ນປະ​ເທດ​ຫວັງ​ວ່າ, ພໍ​ແມ່​ປະຊາຊົນຈະ​ສາມັກຄີ​ຊ່ວຍ​ເຫຼືອ​ກັນ​ພັດທະ​ນາ​ເສດຖະກິ​ດ ບົນ​ພື້ນຖານ​ປະຕິບັດ​ແຜນ​ນະ​ໂຍບາຍ, ແນວ​ທາງ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ລາວ​ຢ່າງ​ແໜ້ນ​ແຟ້ນ.

   ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ໄດ​້​ໄປ​ຢ້ຽມຢາ​ທະນາຄານ​ຮ່ວມ​ທຸລະ​ກິດ​ Lao Vietbank ​ແລະ ພົບ​ປະ​ກັບ​ປະຊາ​ຄົມ​ວິ​ສາ​ຫະກິດ​ທີ່ພວມ​ລົງທຶນ​ຢູ່​ລາວ.

ຂ່າວ/ບົດ​ອື່ນ