ເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການຂອງບັນດາກະຊວງ, ຂະແໜງການເມື່ອປະຕິບັດການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ

(VOVWORLD) - ການປ່ຽນແປງໃນມະຕິໃນປີ 2019 ໂດຍພື້ນຖານ ຈະສຸມໃສ່ບັນດາໝວດໜ້າທີ່ພື້ນຖານ; ສືບຕໍ່ຍົກເລີກ, ຫັນບັນດາຂໍ້ກຳນົດກ່ຽວກັບເງື່ອນໄຂດຳເນີນທຸລະກິດເປັນງ່າຍດາຍ
ເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການຂອງບັນດາກະຊວງ, ຂະແໜງການເມື່ອປະຕິບັດການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ - ảnh 1 ທີ່ກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 12 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ປະທານສະພາລະດັບຊາດກ່ຽວກັບການພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງໄດ້ເປັນປະທານກອງປະຊຸມຂອງສະພາ ເພື່ອແນໃສ່ຕີການປະເມີນຜົນ 5 ປີແຫ່ງການປະຕິບັດມະຕິກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດປີ 2019, ກຳນົດທິດເຖິງປີ 2021. ທີ່ກອງປະຊຸມ, ບັນດາຄຳຄິດເຫັນໄດ້ຢັ້ງຢືນວ່າ ມະຕິໄດ້ກາຍເປັນ “ເຄື່ອງໝາຍ” ທີ່ລື້ງເຄີຍ, ຍາມໃດກໍ່ໄດ້ຮັບການຄອງຄອຍ, ຕ້ອນຮັບ, ຕີລາຄາສູງຈາກປະຊາຄົມວິສາຫະກິດ. ມະຕິສະບັບດັ່ງກ່າວ ໄດ້ສ້າງຂຶ້ນຕາມຄວາມຮຽກຮ້ອງຕ້ອງການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງເປີດກ້ວາງ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງເທື່ອລະກ້າວ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃສ່ໃຈວ່າ ການປ່ຽນແປງໃນມະຕິໃນປີ 2019 ໂດຍພື້ນຖານ ຈະສຸມໃສ່ບັນດາໝວດໜ້າທີ່ພື້ນຖານ; ສືບຕໍ່ຍົກເລີກ, ຫັນບັນດາຂໍ້ກຳນົດກ່ຽວກັບເງື່ອນໄຂດຳເນີນທຸລະກິດເປັນງ່າຍດາຍ, ປະຕິບັດບັນດາການປະຕິຮູບເຊິ່ງໄດ້ດຳເນີນໃນປີ 2018 ຢ່າງຄົບຖ້ວນ ແລະ ເຖິງຖອງ.

ຕອບກັບ

ຂ່າວ/ບົດ​ອື່ນ