ເພີ່ມ​ທະ​ວີ​ຄວາມ​ເປັນ​ເຈົ້າ​ການ ແລະ ການ​ຮ່ວມ​ມື​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ຕອນເຊົ້າວັນທີ 22 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບັນດາມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານ ໄພທຳມະຊາດ ແລະ ກົດໝາຍວ່າດ້ວຍ ລະບົບຄັນຄູ. 
ເພີ່ມ​ທະ​ວີ​ຄວາມ​ເປັນ​ເຈົ້າ​ການ ແລະ ການ​ຮ່ວມ​ມື​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1

ທ່ານ ຟຸ່ງກວກຫ໋ຽນ ຮອງປະທານສະພາແຫ່ງຊາດ ໄດ້ເປັນປະທານຂອງວາລະການເຮັດວຽກ

(ພາບ: Quochoi.vn)

ບັນດາຜູ້ແທນໄດ້ເນັ້ນໜັກເຖິງ ສະພາບການໄພທຳມະຊາດ ແລະ ຮຽກຮ້ອງເຖິງ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດນັ້ນແມ່ນນັບມື້ນັບຈຳເປັນ ແລະ ຮີບດ່ວນ, ດັ່ງນັ້ນມີຂໍ້ກຳນົດຈຳນວນໜຶ່ງຢູ່ ກົດໝາຍ 2 ສະບັບທີ່ພວນນຳໃຊ້ນີ້ຕ້ອງໄດ້ຮັບການປັບປຸງ, ເພີ່ມເຕີມເພື່ອໃຫ້ເໝາະສົມກັບສະພາບການໃນປັດຈຸບັນ. ທ່ານ ຫງວຽນເລິມແທັງ, ສະມາຊິກສະພາແຫ່ງຊາດ ແຂວງລ້າງເຊີນ ໃຫ້ຮູ້ວ່າ:

        ຮ່າງກົດໝາຍຕ້ອງມີການເພີ່ມເຕີມ, ມີການສຳຜັດຢ່າງກ້ວາງແຂວງ ແລະ ຄົບຖ້ວນກ່ວາ, ພິເສດແມ່ນບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບການປ່ຽນແປງຂອງດິນຟ້າອາກາດ, ເປັນຕົ້ນແມ່ນໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ ທີ່ນັບມື້ນັບມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ຫວຽດນາມແມ່ນ ໜຶ່ງໃນ 5 ປະເທດຖືກຜົນສະທ້ອນ, ກະທົບຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ເພາະສະນັ້ນຄວນເພີ່ມເຕີມບາງມາດຕາຂໍ້ກ່ຽວກັບການຮັບມືກັບໄພທຳມະຊາດໃນຮູບແບບຕ່າງໆ, ເໝາະສົມກັບພຶດຕິກຳຕົວຈິງໃນປັດຈຸບັນ.

        ບັນດາຜູ້ແທນກໍ່ສະເໜີວ່າ ຮ່າງກົດໝາຍ 2 ສະບັບດັ່ງກ່າວຄວນສະແດງໃຫ້ເຫັນບາງເນື້ອໃນໃຫ້ຈະແຈ້ງກ່ວາອີກ ຄື: ຍົກສູງມະຕິຄວາມຮັບຜິດຊອບກ່ຽວກັບການເປັນເຈົ້າການປ້ອງກັນ, ຕ້ານໄພທຳມະຊາດ, ດຶງດູດບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດມາລົງທຶນເຂົ້າຂົງເຂດນີ້…

ຕອບກັບ

ຂ່າວ/ບົດ​ອື່ນ