ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງ ຊາວໜຸ່ມ 2 ປະເທດ ຫວຽດນາມ,ລາວ

(VOVWORLD) - ທີ່ກອງປະຊຸມ, ຄະນະຊາວໜຸ່ມ ກອນຕຸມ ແລະ ອັດຕະປື ໄດ້ລົງນາມໃນໂຄງການສົມທົບວຽກງານໄລຍະ 2017 – 2020.


ກອງປະຊຸມພົບປະ, ແລກປ່ຽນລະຫວ່າງຄະນະຊາວໜຸ່ມແຂວງ ກອນຕຸມ (ຫວຽດນາມ) ແລະ ຄະນະຊາວໜຸ່ມແຂວງ ອັດຕະປື (ປະເທດລາວ) ປີ 2017 ໄດ້ຖືກຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 20 ພະຈິກ ຢູ່ແຂວງ ກອນຕຸມ. ທີ່ກອງປະຊຸມ, ຄະນະຊາວໜຸ່ມ ກອນຕຸມ ແລະ ອັດຕະປື ໄດ້ລົງນາມໃນໂຄງການສົມທົບວຽກງານໄລຍະ 2017 – 2020. ຕາມນັ້ນແລ້ວ, ໄລຍະຈະມາເຖິງ, ຄະນະຊາວໜຸ່ມ 2 ແຂວງສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ຖອດຖອນບົດຮຽນໃນວຽກງານຊາວໜຸ່ມ ແລະ ຂະບວນການເຍົາວະຊົນອະນຸຊົນ, ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ຄວາມເຂົ້າອົກເຂົ້າໃຈ ແລະ ສະໜິດຕິດພັນລະຫວ່າງລຸ້ນໜຸ່ມ 2 ແຂວງ.


ຕອບກັບ

ຂ່າວ/ບົດ​ອື່ນ