ເລຂາທິການໃຫຍ່ ໂຕເລິມ: ຫ໋າຍຝ່ອງຕ້ອງຍົກລະດັບຮູບແບບການເຕີບໂຕອີງໃສ່ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ນະຄອນຫ໋າຍຝ່ອງ ຕ້ອງຍົກລະດັບຮູບແບບການເຕີບໂຕໂດຍອີງໃສ່ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ.
ທ່ານເລຂາທິການໃຫຍ່ ໂຕເລິມກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV) |
ຕອນເຊົ້າວັນທີ 16 ມີນາ, ຢູ່ນະຄອນ ຫ໋າຍຝ່ອງ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກນະຄອນຫ໋າຍຝ່ອງ ກ່ຽວກັບໝາກຜົນການຊີ້ນຳນຳພາ, ຈັດຕັ້ງການຄົ້ນຄ້ວາ, ຮ່ຳຮຽນເຊື່ອມຊືມໂຄສະນາ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ບັນດາມະຕິຂອງກົມການເມືອງ ແລະ ສະພາບການພັດທະນາເສດຖະກິດສັງຄົມຂອງນະຄອນ ຫ໋າຍຝ່ອງ. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ນະຄອນຫ໋າຍຝ່ອງ ຕ້ອງຍົກລະດັບຮູບແບບການເຕີບໂຕໂດຍອີງໃສ່ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ. ນະຄອນຕ້ອງສ້າງບາດກ້າວບຸກທະລຸໃນການພັດທະນາອຸດສາຫະກຳທັນສະໄໝ,ມີຈຸດສຸມ ແມ່ນອຸດສາຫະກຳເຕັກໂນໂລຢີສູງ, ປຸງແຕ່ງປະດິດສ້າງ ແລະ ອຸດສາຫະກຳໜູນຊ່ວຍທີ່ມີມູນຄ່າເພີ່ມສູງ, ສ້າງລະບົບນິເວດອຸດສາຫະກຳກ້າວໜ້າ, ຜ່ານການຄັດເລືອກຄຸນນະພາບນັກລົງທຶນ, ເຕັກໂນໂລຢີ ແລະ ລະບົບສະໜອງຍຸດທະສາດ.