ເພີ່ມທະວີປະສິດທິຜົນໃນວຽກງານຕິດຕາມກວດກາຂອງສະພາແຫ່ງຊາດ

(VOVWORLD) -ຕອນບ່າຍວັນທີ 21 ກໍລະກົດ, ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງແຜນການສ້າງກົດໝາຍ, ລັດຖະບັນຍັດປີ 2022, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2021.
ເພີ່ມທະວີປະສິດທິຜົນໃນວຽກງານຕິດຕາມກວດກາຂອງສະພາແຫ່ງຊາດ - ảnh 1(ສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV)

ໂດຍສືບຕໍ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 21 ກໍລະກົດ, ສະພາແຫ່ງຊາດໄດ້ເລືອກຕັ້ງເລຂາທິການໃຫຍ່ສະພາແຫ່ງຊາດ, ປະທານສະພາຊົນເຜົ່າ, ຫົວໜ້າບັນດາກຳມາທິການຂອງສະພາແຫ່ງຊາດ, ຫົວໜ້າອົງການກວດສອບແຫ່ງລັດ. ມະຕິຮັບຮອງເອົາໝາກຜົນການເລືອກຕັ້ງບັນດາບຸກຄະລາກອນດັ່ງກ່າວ ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາດ້ວຍ 100% ຈຳນວນສະມາຊິກກົດປຸ່ນເຫັນດີ. ສະນັ້ນ, ພາຍຫຼັງການເຮັດວຽກມາເປັນເວລາ 1 ວັນ, ສະພາແຫ່ງຊາດໄດ້ປະຕິບັດສຳເລັດຂັ້ນຕອນບຸລະນະກົງຈັກການນຳສະພາແຫ່ງຊາດຊຸດທີ XV, ລວມມີບຸກຄະລາກອນ 19 ທ່ານ.

        ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງແຜນການຕິດຕາມກວດກາຂອງສະພາແຫ່ງຊາດປີ 2022. ທ່ານ ເຈິ່ນຮ່ວາງເງິນ, ສະມາຊິກສະພາແຫ່ງຊາດ, ຄະນະນະຄອນໂຮ່ຈີມິນ ໄດ້ເຫັນດີຕໍ່ບັນດາຂໍ້ສັງເກດໃນໃບຍື່ນສະເໜີ ແລະ ເຕັກເຕື່ອນວ່າ ໃນສະພາບໂລກລະບາດໂຄວິດ-19 ຍັງສັບສົນຢູ່ ແລະ ສົ່ງຜົນສະທ້ອນຢ່າງຍາວນານເຖິງທຸກການເຄື່ອນໄຫວຂອງສັງຄົມ, ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ຄວນສ້າງກົນໄກ, ຂັ້ນຕອນໃຫ້ແກ່ສະມາຊິກສະພາແຫ່ງຊາດແຕ່ລະທ່ານໂດຍໄວ, ໜ່ວຍສະມາຊິກສະພາແຫ່ງຊາດປະຕິບັດການຕິດຕາມ.

        ຕອນບ່າຍວັນທີ 21 ກໍລະກົດ, ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງແຜນການສ້າງກົດໝາຍ, ລັດຖະບັນຍັດປີ 2022, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ