ເພີ່ມທະວີວຽກງານຂົນຂວາຍປະຊາຊົນບັນດາເຜົ່າເຂົ້າຮ່ວມກໍ່ສ້າງແລະພັດທະນາເສດຖະກິດ,ວັດທະນະທຳ,ສັງຄົມ

ເພີ່ມທະວີວຽກງານຂົນຂວາຍປະຊາຊົນບັນດາເຜົ່າເຂົ້າຮ່ວມກໍ່ສ້າງແລະພັດທະນາເສດຖະກິດ,ວັດທະນະທຳ,ສັງຄົມ - ảnh 1

​ເພີ່ມ​ທະວີ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ບັນດາ​ເຜົ່າ​ເຂົ້າ​ຮ່ວມ​
ກໍ່ສ້າ​ງ​ແລະ​ພັດທະນາ​ເສດຖະກິດ,ວັດທະນະທຳ,ສັງ​ຄົມ

(vovworld) - ​ໂດຍ​ຜ່ານ 5 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ສົມທົບ​​ວຽກ​ງານ, ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ແລ​ະ ຄະນະ​ກຳມະການຊົນ​ເຜົ່າ​ໄດ້​ຕັ້ງໜ້າ​ສົມທົບ​ກັນ​ໃນ​ວຽກ​ງາ​ນຊີ້​ນຳ, ​ແນະນຳ​ບັນດາຫົວໜ່ວຍ​ໂຄສະນາ, ຂົນຂວາຍ​ບັນດາ​ອົງການ​ຈັດ​ຕັ້ງ​ຫົວໜ່ວຍ, ພິ​ເສດ​ແມ່ນ​ລະບົບການ​ເມືອງຢູ່​ຂັ້ນ​ຮາກ​ຖານ​ເຂ​ດຊົນ​ເຜົ່າສ່ວນ​ໜ້ອຍ ປະຕິບັດ​ບັນດາ​ຄຳ​ສັ່ງ, ມະຕິ, ​ແຜນ​ນະ​ໂຍບາຍນະ​ໂຍບາຍ​ຂອງ​ພັກ ​ແລ​ະ ລັດ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ​ເປັນ​ຢ່າງ​ດີ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ສົມທົບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ (​ໄລຍະ 2011 - 2015) ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 17/08 ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ ​ເຈືອງ​ທິມາຍ ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ສະ​ເໜີ​ຄະນະ​ຂົນຂວາຍ​ປະ​ຊາ​ຊົນ​ສູນ​ກາງ ​ແລະ ຄະນະກຳມາະການ​ຊົນ​ເຜົ່າ​ ຄວນສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ໃນ​ການ​ຂົນຂວາຍ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ມະຫາ​ສາມ​ັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຕິດ​ພັນ​ກັບ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຢູ່​ທ້ອງ​ຖິ່ນ. ທ່າ​ນນາງ ​ເຈືອງ​ທິມາຍ ກໍ່​ສະ​ເໜີ 2 ອົງການ​ຄວນ​ເພີ່ມ​ທະວີ​ວຽກ​ງານ​ຕິດ​ຕາມ​ກວດກາ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ,  ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ ມີ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ວຽກ​ງານ​ຊົນ​ເຜົ່າ, ສາສະໜາ.

 

ຂ່າວ/ບົດ​ອື່ນ