ເພີ່ມ​ບັນ​ດາ​ຖ້ຽວ​ບິນ​ການ​ຄ້າ​ສາ​ກົນ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິງ ຫາກໍ່ມີຄຳເຫັນກ່ຽວກັບສະພາບການປະຕິບັດຖ້ຽວບິນສາກົນ ຂົນສົ່ງຜູ້ໂດຍສານ ມາຫວຽດນາມ ແລະ ນຳໃຊ້ການຈັດວາງບັນດາມາດຕະການການແພດ ຕໍ່ຜູ້ເຂົ້າເມືອງຜ່ານທາງການບິນ.

ເພີ່ມ​ບັນ​ດາ​ຖ້ຽວ​ບິນ​ການ​ຄ້າ​ສາ​ກົນ - ảnh 1ພາບປະກອບ: TTXVN

ລະອຽດແມ່ນ, ທ່ານຮອງນາຍົກລັດຖະມົນຕີ ຕົກລົງ ເຫັນດີກັບແຜນນະໂຍບາຍເພີ່ມບັນດາຖ້ຽວບິນການຄ້າສາກົນ ຂົນສົ່ງຜູ້ໂດຍສານ ໄປຍັງ: ຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ) ແລະ ຂະຫຍາຍການທົດລອງໄປຍັງປະເທດເອີລົບ ແລະ ອົດສະຕາລີ ເພື່ອຕອບສະໜອງຄວາມຕ້ອງການກັບຄືນປະເທດໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດບຸນເຕັດປະຈຳຊາດ, ພ້ອມທັງ ສືບຕໍ່ນຳໃຊ້ບັນດາມາດຕະການວິໄຈຫາເຊື້ອ, ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສຳລັບຜູ້ເຂົ້າເມືອງຕາມຄຳແນະນຳຂອງກະຊວງສາທາລະນະສຸກ ແລະ ທຳນຽມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ