ເພື່ອນ​ມິດ​ສາ​ກົນ ແລະ ຊາວ ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ສະ​ແດງ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສົນ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) - ທ່ານນາງ ບຸຍທິກວຽນເວິນ, ກຳມະການຄະນະເລຂານຸການກອງປະຊຸມໃຫຍ່, ເນັ້ນໜັກວ່າ ເນື້ອໃນບັນດາຈົດໝາຍ, ສານຊົມເຊີຍສະແດງນ້ຳໃຈມິດຕະພາບ, ການຮ່ວມມື ແລະ ສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ຕໍ່ເຫດການການເມືອງສຳຄັນຂອງພັກ, ລັດ.



ເພື່ອນ​ມິດ​ສາ​ກົນ ແລະ ຊາວ ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ສະ​ແດງ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສົນ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1 ທ່ານນາງ ບຸຍທິກວຽນເວິນ, ກຳມະການຄະນະເລຂານຸການກອງປະຊຸມໃຫຍ່ ອ່ານແຈ້ງການກ່ຽວກັບຈົດໝາຍ, ສານອວຍພອນຂອງບັນດາພັກການເມືອງ, ອົງການຈັດຕັ້ງ ແບະ ເພື່ອນມິດສາກົນສົ່ງໄປຍັງກອງປະຊຸມໃຫຍ່ (ພາບ: VOV.VN)

ໄລ່ຮອດວັນທີ 19 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບຈົດໝາຍ 559 ສະບັບ, ແລະ ສານຊົມເຊີຍຈາກ 109 ພັກການເມືອງ, 6 ອົງການຈັດຕັ້ງສາກົນ ແລະ ພາກພື້ນ, 16 ສ່ວນບຸກຄົນ ແລະ 122 ອົງການຈັດຕັ້ງປະຊາຊົນ ແລະ 306 ສະມາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ໃນນັ້ນ, 31 ສານຊົມເຊີຍ ມາຈາກບັນດາປະເທດອາຊີ ແລະ ໂອເຊອາເນຍ, 26 ສານຊົມເຊີຍມາຈາກບັນດາປະເທດເອີລົບ, 27 ສານຊົມເຊີຍມາຈາກບັນດາປະເທດທະວີບອາເມລິກາ, 20 ສານຊົມເຊີຍມາຈາກບັນດາປະເທດພາກຕາເວັນອອກກາງ - ອາບຟຼິກກາ

 ໃນສານຊົມເຊີຍ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ຢັ້ງຢືນວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກແມ່ນເຫດການການເມືອງສຳຄັນ, ເປີດສັງກາດພັດທະນາໃໝ່ຂອງ ຫວຽດນາມ, ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່ພາຍຫຼັງການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ.

ລາຍງານກ່ຽວກັບຈົດໝາຍ, ສານຊົມເຊີຍໄປຍັງກອງປະຊຸມໃຫຍ່, ຢູ່ວາລະໄຂກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ມັງກອນ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານນາງ ບຸຍທິກວຽນເວິນ, ກຳມະການຄະນະເລຂານຸການກອງປະຊຸມໃຫຍ່, ເນັ້ນໜັກວ່າ ເນື້ອໃນບັນດາຈົດໝາຍ, ສານຊົມເຊີຍສະແດງນ້ຳໃຈມິດຕະພາບ, ການຮ່ວມມື ແລະ ສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ຕໍ່ເຫດການການເມືອງສຳຄັນຂອງພັກ, ລັດ.

ນີ້ແມ່ນແຫຼ່ງກຳລັງໃຈອັນຍິ່ງໃຫຍ່ສຳລັບພາລະກິດແຫ່ງການປ່ຽນແປງໃໝ່ຂອງປະຊາຊົນ ຫວຽດນາມ ໂດຍພັກກອມມູນິດ ຫວຽດນາມ ລີ້ເລີ່ມ ແລະ ນຳພາ, ກໍ່ແມ່ນການສະແດງທີ່ມີຊີວິດຊີວາຂອງການພົວພັນຮ່ວມມື, ມິດຕະພາບທີ່ນັບມື້ນັບເລິກເຊິ່ງລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກການເມືອງ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ; ກໍ່ຄືນ້ຳໃຈນັບມື້ນັບສະໜິດແໜ້ນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ