ເຢຍລະມັນ ອະນຸມັດຜ່ານໂຄງການກໍ່ສ້າງທາງອຸໂມງໃຕ້ທະເລທີ່ຍາວທີ່ສຸດໃນໂລກ

(VOVWORLD) -ເສັ້ນທາງນີ້ມີຊື່ທາງການວ່າ Fehmarnbelt Link ດ້ວຍລວງຍາວ 18 ກມ, ຈະແມ່ນໜຶ່ງໃນບັນດາໂຄງການພື້ນຖານໂຄງລ່າງໃຫຍ່ທີ່ສຸດຢູ່ເອີລົບ.

ວັນທີ 03 ພະຈິກ, ສານນະຄອນ Leipzip ຂຶ້ນກັບລັດ Sachsen, ສະຫະພັນ ເຢຍລະມັນ ໄດ້ອະນຸມັດຜ່ານໂຄງການກໍ່ສ້າງເສັ້ນທາງອຸໂມງໃຕ້ທະເລ ສົມທົບກັບທາງລົດໄຟ ແລະ ທາງບົກທີ່ຍາວທີ່ສຸດໃນໂລກ, ເຊື່ອມຕໍ່ຈາກພາກເໜືອຂອງປະປະເທດນີ້ໄປຮອດ ແດນມາກ. ເສັ້ນທາງນີ້ມີຊື່ທາງການວ່າ Fehmarnbelt Link ດ້ວຍລວງຍາວ 18 ກມ, ຈະແມ່ນໜຶ່ງໃນບັນດາໂຄງການພື້ນຖານໂຄງລ່າງໃຫຍ່ທີ່ສຸດຢູ່ເອີລົບ. ເສັ້ນທາງອຸໂມງໃຕ້ທະເລນີ້ໄດ້ກໍ່ສ້າງຂ້າມທະເລ ບານຕິກ ເຊື່ອມຕໍ່ລະຫວ່າງເຂດທ່າກ່ຳປັ່ນ Puttgarden ຢູ່ເກາະ Fehmarn ຂອງເຢຍລະມັນ ກັບເທດສະບານ Rodby ຢູ່ເກາະ Lolland ຂອງແດນມາກ. ຄາດວ່າ, ໂຄງການນີ້ຈະໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການໃນປີ 2029.

ຕອບກັບ

ຂ່າວ/ບົດ​ອື່ນ