ເລຂາທິການໃຫຍ່ NATO ຄົນໃໝ່ມີແຜນນະໂຍບາຍ ປັບປຸງການພົວພັນກັບລັດເຊຍ

ເລຂາທິການໃຫຍ່ NATO ຄົນໃໝ່ມີແຜນນະໂຍບາຍ ປັບປຸງການພົວພັນກັບລັດເຊຍ - ảnh 1
ທ່ານ​ເລຂາທິການ​ໃຫຍ່ NATO ຄົນ​ໃໝ່ Stoltenberg
(ພາບອີນເຕີແນດ)


(vovworld) – ວັນ​ທີ 28/10, ທ່ານ​ເລຂາທິການ​ໃຫຍ່ NATO ຄົນ​ໃໝ່ Stoltenberg ຖະ​ແຫຼ​ງວ່າ NATO ຢາກ​ມີ​ການ​ພົວພັນ​ທ່ີ​ມີ​ລັກສະນະ​ສ້າງສັນ​ກັບ​ລັດ​ເຊຍ ​ແລະ ພຽງ​​ແຕ່ມີ​ສຳພັນ​ທະ​ມິດ​ທີ່​ແຂງ​ແຮງ​ຈຶ່ງ​ປັບປຸງ​ການ​ພົວພັນ​ກັບ​ມົດສກູ ​ໄດ້. ຈາກ​ບົດຮຽນ​ທີ່​ມີ​ຢູ່​ແລ້ວ​ເມື່ອ​​ເວລາ​ເປັນ​ນາຍົກລັດຖະມົນຕີ​ນອກ​ແວ, ທ່ານ Stoltenberg ຖື​ວ່າ, ​ເພີ່ມ​ທະວີ​ຄວາມ​ສາມາດ​ປ້ອງ​ກັນ ​ແລະ ສ້າງ​ສຳພັນທະມິດ​ຂ້າມ​ປາຊີ​ຝິກຢ່າງ​ແຮງ ນັ້ນ​ແມ່ນ​ພື້ນຖານ​ທີ່​ນຳ​ມາ​ເຊິ່ງບັນດາ​ການ​ພົວພັນ​ທີ່​ມີ​ລັກສະນະ​ສ້າງສັນ​ກັບ​ມົດສກູ. ​ໃນ​ບົດ​ກ່າວ​ປາ​ໄສ​ທຳ​ອິດກ່ຽວ​ກັບ​ນະ​​ໂຍບາຍ​ເມື່ອ​​ໄດ້ຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ວັນ​ທີ 01/10, ການ​ນຳ NATO ຄົນ​ໃໝ່​ຢືນ​ຢັນ​ວ່າ, ​ເຖິງ​ວ່າ​ຢູ່ໃນ​ສະພາບ​ໃດ, ລັດ​ເຊຍ ​ແລະ NATO ຍາມ​ໃດ​ກໍ່​ມີ​ຄວາມ​ຕ້ອງການ​ກັນ ​ແລະ ຕ້ອງ​ຮັກສາ​ການ​ພົວພັນ​ເຊິ່ງກັນ ​ແລະ ກັນ. ຕາມ​ທ່ານ​ແລ້ວ, ບໍ່​ມີ​ຄວາມຂັດ​ແຍ່ງ​ກັນລະຫວ່າງ​ການ​ຮັບປະກັນ​ໃຫ້ NATO ​ເຂັ້ມ​ແຂງ ກັບການ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ກັບ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Vladimir Putin.

ຂ່າວ/ບົດ​ອື່ນ