ເລຂາທິການໃຫຍ່, ປະທານປະເທດລາວ ສົ່ງໂທລະເລກຂອບໃຈການນຳພັກ,ລັດຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດລາວ ສົ່ງໂທລະເລກຂອບໃຈການນຳພັກ,ລັດຫວຽດນາມ - ảnh 1
ທ່ານ ດິງລາ​ທັງ ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ
​ຕ້ອນຮັບ​ທ່ານ ບຸນ​ຍັງ ວໍລະ​ຈິດ
(ພາບ: TTXVN)

(vovworld)- ​ໃນ​ໂທ​ລະ​ເລກ​ເມື່ອ​ຕອນ​ບ່າຍ​ວັນ​ທີ 27/4 ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ມາ​ຍັງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ພ້ອມ​ກັບ​ບັນ​ດາ​ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ທີ່​ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ​ລາວ​ຢ່າງ​ສະ​ໜິດ​ສະ​ໜົມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ໝາກ​ຜົນ​ອັນ​ດີ​ງາມ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ຈະ​ເປັນ​ການ​ປະ​ກອບ​ສ່ວນ​ເພີ່ມ​ພຸນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ​ລາວ-ຫວຽດ​ນາມ.
         ກ່ອນ​ໜ໊ານັ້ນ​ຄື​ໃນຕອນ​ຄ່ຳ​ວັນທີ 26/04 ຢູ່​ນະຄອນ​ໂຮ່ຈີ​ມິນ, ທ່ານ ດິງລາ​ທັງ ກຳມະການກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ບຸນ​ຍັງ ວໍລະ​ຈິດ ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ປະທານ​ປະ​ເທດ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນ ລາວ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ລາວ ທີ​ພວມ​ຢ້ຽມຢາມ​ສັນທະ​ວະ​ໄມຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ ທ່ານ ດິງລາ​ທັງ ​ເລຂາ​ຄະນະ​ພັກ​ນະຄອນ ຢືນຢັນ​ວ່າ: ອົງຄະ​ນະ​ພັກ, ອຳ​ນາດການ​ປົກຄອງ ​ແລະ ປະຊາຊົນ​ ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່ຖື​ເປັນ​ສຳຄັນ ​ແລະ ​ເອົາ​ໃຈ​ໃສ່​ປະຕິບັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​, ການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ, ກະຊວງ, ຂະ​ແໜງ​ການ​ຂອງ ລາວ. ​ໃນ​ຂະນະ​ນັ້ນ, ທ່ານ​ເລ​ຂາ​ທິການ​ໃຫຍ່ ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ, ການຮ່ວມ​ມືຢ່າງ​ມີ​ປະສິດທິ​ຜົນ ລະຫວ່າງ​ນະຄອນ​ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ລາວ. ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ ​ເຊື່ອ​ໝັ້ນ​ວ່າ: ບົນ​ພື້ນຖານ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ, ການ​ພົວພັນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ລາວ ກັບ​ ນະຄອນ​ໂຮ່ຈີ​ມິນ ຈະ​ສືບຕໍ່​ພັດທະນາ​ໃຫ້​ດີງາມ​ຍິ່ງໆ​ຂຶ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ