ເລຂາທິການໃຫຍ່ ສປຊ ກ່າວປະນາມເຫດບຸກໂຈມຕີກຳລັງຮັກສາສັນຕິພາບ ສປຊ ຢູ່ ກົງໂກ

(VOVWORLD) - ທ່ານເລຂາທິການໃຫຍ່ Guterres ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຄອບຄົວບັນດາຜູ້ປະສົບເຄາະຮ້າຍ, ລັດຖະບານ ແລະ ປະຊາຊົນ Tanzania ແລະ ຫວັງວ່າ ບັນດາຜູ້ຮັບບາດເຈັບຈະກັບຄືນສູ່ສຸຂະພາບປົກກະຕິໂດຍໄວ
ເລຂາທິການໃຫຍ່ ສປຊ ກ່າວປະນາມເຫດບຸກໂຈມຕີກຳລັງຮັກສາສັນຕິພາບ ສປຊ ຢູ່ ກົງໂກ - ảnh 1ພາບປະກອບ

ວັນທີ 8 ທັນວາ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ກ່າວປະນາມຢ່າງຮຸນແຮງການບຸກໂຈມຕີແນໃສ່ກຳລັງຮັກສາສັນຕິພາບ ສປຊ ຢູ່ ກົງໂກ ຕອນຄ່ຳວັນທີ 7 ທັນວາ, ເຮັດໃຫ້ທະຫານຮັກສາສັນຕິພາບຊາວ Tanzania 12 ຄົນ ແລະ ທະຫານ ກົງໂກ 5 ຄົນຖືກເສຍຊີວິດ ພ້ອມກັບທະຫານກ່ວາ 40 ຄົນຮັບບາດເຈັບ. ທ່ານເລຂາທິການໃຫຍ່ Guterres ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຄອບຄົວບັນດາຜູ້ປະສົບເຄາະຮ້າຍ, ລັດຖະບານ ແລະ ປະຊາຊົນ Tanzania ແລະ ຫວັງວ່າ ບັນດາຜູ້ຮັບບາດເຈັບຈະກັບຄືນສູ່ສຸຂະພາບປົກກະຕິໂດຍໄວ. ທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ  ບັນດາເຫດບຸກໂຈມຕີໂດຍເຈດຕະນາແນໃສ່ກຳລັງຮັກສາສັນຕິພາບ ຂອງ ສປຊ ແມ່ນບໍ່ອາດຍອມຮັບໄດ້ ແລະ ນີ້ແມ່ນໂທດກຳສົງຄາມ, ພ້ອມທັງຮຽກຮ້ອງໃຫ້ເຈົ້າໜ້າທີ່ ກົງໂກ ສືບສວນເຫດການນີ້ ແລະ ຈັບຕົວການມາລົງໂທດໂດຍໄວ. ທ່ານ Guterres ກໍ່ເວົ້າຕື່ມອີກວ່າ ບັນດາການບຸກໂຈມຕີແນໃສ່ກຳລັງຮັກສາສັນຕິພາບ ສປຊ ໄດ້ກໍ່ຄວາມເສຍສະຫຼະຊີວິດ, ຄວາມເສຍຫາຍອັນໃຫຍ່ຫຼວງຂອງບັນດາປະເທດມີທະຫານເຂົ້າຮ່ວມກຳລັງຮັກສາສັນຕິພາບໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ