ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສ​ໍ້​ລາດ​ບັງຫຼວງ, ໄພ​ຫຍໍ້​ທ​ໍ້

(VOVWORLD) -ວຽກງານກວດກາ, ຕິດຕາມ, ກວດສອບ ສືບຕໍ່ໄດ້ຮັບການຍູ້ແຮງ, ອົງການທີ່ມີໜ້າທີ່ຮັບຜິດຊອບໄດ້ປະຕິບັດກົນໄກສົມທົບກັນຢ່າງເຂັ້ມງວດໃນການຄົ້ນພົບ, ແກ້ໄຂການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້.
ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສ​ໍ້​ລາດ​ບັງຫຼວງ, ໄພ​ຫຍໍ້​ທ​ໍ້ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 27 ເມສາ, ຢູ່ສຳນັກງານສູນກາງພັກ, ຄະນະປະຈຳຄະນະຊີ້ນຳສູນກາງພັກ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ ໄດ້ຈັດຕັ້ງກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳ ເພື່ອປຶກສາຫາລື, ປະກອບຄຳເຫັນຊີ້ນຳແກ້ໄຂຄະດີ, ເຫດການໂດຍ ຄະນະຊີ້ນຳຕິດຕາມ, ກຳນົດຄວາມຮຽກຮ້ອງຕ້ອງການໃນໜ້າທີ່ປະຕິບັດວຽກງານໃນການປ້ອງກັນຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ ໃນໄລຍະຈະມາເຖິງ.

ຕາມການຕີລາຄາຂອງຄະນະປະຈຳຄະນະຊີ້ນຳແລ້ວ, ນັບແຕ່ຕົ້ນປີມານີ້, ວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ສືບຕໍ່ໄດ້ຮັບການຍູ້ແຮງ ແລະ ມີການຫັນປ່ຽນໃໝ່ໃນຫຼາຍຂົງເຂດ. ວຽກງານກວດກາ, ຕິດຕາມ, ກວດສອບ ສືບຕໍ່ໄດ້ຮັບການຍູ້ແຮງ, ອົງການທີ່ມີໜ້າທີ່ຮັບຜິດຊອບໄດ້ປະຕິບັດກົນໄກສົມທົບກັນຢ່າງເຂັ້ມງວດໃນການຄົ້ນພົບ, ແກ້ໄຂການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້.

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ຄະນະປະຈຳຄະນະຊີ້ນຳ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບສືບຕໍ່ຍູ້ແຮງກ່ວາອີກ ດ້ວຍຄວາມຕັດສິນໃຈສູງ, ການກະທຳຢ່າງແຮງ, ຂ້ຽວຂາດ, ຮີບດ່ວນກ່ວາອີກ, ເດັດຂາດ, ເດັດດ່ຽວໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ເປັນເຈົ້າການ ບຸກໂຈມຕີ, ປັບໄໝລົງໂທດຕໍ່ບັນດາກະທຳສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ