ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຄວາມ​ສາ​ມັກ​ຄີ​ຜູ​ກ​ພັນ​ຢ່າງ​ໜຽວ​ແໜ້ນ​ແມ່ນ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ລາວ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຜູກມັດຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ລາວແມ່ນຊັບສົມບັດອັນລ້ຳຄ່າເຊິ່ງບັນພະບຸລຸດ ແລະ ການນຳປະຕິວັດລຸ້ນກ່ອນອງສອງປະເທດ ປະໄວ້ໃຫ້, 
ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຄວາມ​ສາ​ມັກ​ຄີ​ຜູ​ກ​ພັນ​ຢ່າງ​ໜຽວ​ແໜ້ນ​ແມ່ນ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ລາວ - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວບົດ ຢູ່ສະຖາບັນການເມືອງການປົກຄອງແຫ່ງຊາດລາວ (ພາບ: VOV)

ຕອນບ່າຍວັນທີ 1 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມາຢ້ຽມຢາມ ແລະ ມີບົດກ່າວຄຳເຫັນນະໂຍບາຍສຳຄັນຢູ່ສະຖາບັນການເມືອງການປົກຄອງແຫ່ງຊາດ ລາວ ດ້ວຍຫົວຂໍ້ “ສືບທອດນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ, ປັບປຸງການຮ່ວມມືຢ່າງຮອບດ້ານ ແລະ ຍູ້ແຮງຄວາມສະໜິດຕິດພັນດ້ານຍຸດທະສາດ ຫວຽດນາມ - ລາວ ໃນໄລຍະໃໝ່” ໂດຍມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

ຕາມ ທ່ານເລຂາທິການໃຫຍ່ ໂຕເລິມ ແລ້ວ, ຄວາມສາມັກຄີຜູກພັນຢ່າງໜຽນແໜ້ນ ແມ່ນແຫຼ່ງກຳລັງຂອງການພົວພັນ ຫວຽດນາມ - ລາວ. ທ່ານຢັ້ງຢືນນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຜູກມັດຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ລາວແມ່ນຊັບສົມບັດອັນລ້ຳຄ່າເຊິ່ງບັນພະບຸລຸດ ແລະ ການນຳປະຕິວັດລຸ້ນກ່ອນອງສອງປະເທດ ປະໄວ້ໃຫ້, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າຕ້ອງເບິ່ງແຍງດູແລ, ຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍຊັບສົມບັດອັນລ້ຳຄ່ານີ້. ນັ້ນແມ່ນຄວາມຮັບຜິດຊອບດ້ານການເມືອງ, ແມ່ນນ້ຳໃຈຄວາມຮັກແພງ, ແມ່ນກຽດຕິຄຸນ, ແມ່ນວັຖີຊີວິດ, ແມ່ນມະໂນທຳຂອງສອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ