ເລຂາທິການໃຫຍ່ປະທານປະເທດສີຈິ້ນຜິງສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ

ເລຂາທິການໃຫຍ່ປະທານປະເທດສີຈິ້ນຜິງສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ - ảnh 1
(ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ
ທ່ານເລຂາທິການໃຫຍ່ປະທານປະເທດ ສີຈິ້ນຜິງ)


(vovworld) – ຕອນ​ບ່າຍ​ວັນ​ທີ 6/11 ທ່ານ​ເລຂາທິການ​ໃຫຍ່​ຄະນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ, ປະທານ​ປະ​ເທດ ສາທາລະນະ​ລັດ ປະຊາຊົນ ຈີນ ສີ​ຈິ້ນ​ຜິ​ງ ​ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 5 – 6/11/2015. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຫວຽດນາມ, ທ່ານ​ເລ​ຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ຈີນ​ ສີ​ຈິ້ນ​ຜິ​ງ ມີ​ການ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່​ຄະ​ນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ຢ້ຽມຢາມ ​ແລະ ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ກອງ​ປະຊຸມສະພາ​ແຫ່ງ​ຊາດ ຫວຽດນາມ, ພົບ​ປະກັບຊາ​ວໜຸ່ມ ຫວຽດນາມ  ​ແລະ ຈີນ. ​ໃນ​ບັນດາ​ການ​ເຈລະຈາ, ​ການ​ນຳ ຫວຽດນາມ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ພ້ອມ​ກັບ ຈີນ ນຳ​ການ​ພົວພັນູຄ່ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ພັດທະນາ​ເລິກ​ເຊິ່ງ ກ້ວາງ​ຂວາງ​ກ່ວາ​ອີກ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ​ເນັ້ນ​ໜັກ​ວ່າ: ຝ່າຍ​ ຈີນ ໝັ້ນ​ໝາຍ​ພ້ອມ​ກັບ ຫວຽດນາມ ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນ​າມ - ຈີນ ພັດທະ​ນາ​ຢ່າງ​ບໍ່​ຢຸດຢັ້ງ. ​ເນື່ອງ​ໃນ​ໂອ​ກາດ​ນີ້, ຫວຽດນາມ ​ແລະ ຈີນ ​ໄດ້​ອອກ​ຖະ​ແຫຼ​ງການຮ່ວມ ​ແລະ ລົງ​ນາມ​ໃນ​ບັນດາ​ເອກະສານ​ການ​ຮ່ວມ​ມືຫລາຍ​ສະບັບ.

 

ຂ່າວ/ບົດ​ອື່ນ