ເລຂາທິການໃຫຍ່ສປຊ:ຕ້ານພະຍາດEbolaຕ້ອງການມີແຫຼ່ງກຳລັງທົບ20ເທົ່າປະຈຸບັນ

ເລຂາທິການໃຫຍ່ສປຊ:ຕ້ານພະຍາດEbolaຕ້ອງການມີແຫຼ່ງກຳລັງທົບ20ເທົ່າປະຈຸບັນ - ảnh 1
ພາບ​ປະ​ກອບ

 (vovworld) – ວັນ​ທີ 9/10, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban ki –moon ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລ​ກ​ຍູ້​ແຮງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ແຜ່​​ລະ​ບາດ​ຂອງ​ພະ​ຍາດ Ebola ກ່ອນ​ທີ່​ສະ​ພາບ​ການ​ຊົ່ວ​ຮ້າຍ​ລົງ, ​ທ່ານເນັ້ນ​ໜັກ​ວ່າ​ຕ້ອງ​ລະ​ດົມ​ແຫຼ່ງກ​ຳ​ລັງ​ທັນ​ສະ​ໄໝ​ກ່​ວາປະ​ຈຸ​ບັນ​ທົບ 20 ເທົ່າ ຈຶ່ງ​​ສາ​ມາດ​ຮັບ​ມື​ກັບ​ພະ​ຍາດ​ດັ່ງ​ກ່າ​ວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໄດ້. ກ່​າວຄຳ​ເຫັນ​ຕໍ່​ໜ້າ​ກອງ​ປະ​ຊຸມ​ຂອງ​ທະ​ນາ​ຄານ​ໂລກ (WB) ໃນ​ວັນ​ທີ 9/10, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ Ban ki – moon ຖື​ວ່າ​: ທ່ານ​ມີ​ຄວາມ​ວິ​ຕົກ​ວັງ​ວົນ​​ຕໍ່​ພະ​ຍາດ Ebola ແຜ່​​ລະ​ບາດອອກ​ສູ່​ເຂດ​ອາບ​ຟ​ຣີ​ກາ ຕາ​ເວັນ​ຕົກ ພວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ “ການ​ກະ​ທຳ​ດີ​ທີ່​ສຸດ​ແມ່ນ​ຕ້ອງ​ມີ​ປະ​ຕິ​ກິ​ລິ​ຍາ​ໃນ​ທັນ​ທີ ແລະ ມີ​ປະ​ສິດ​ທິ​ຜົນ”.


ຂ່າວ/ບົດ​ອື່ນ