ເລຂາທິການໃຫຍ່ຫງວຽນຟູ້ຈ້ອງຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນລັດຖະສະພາສະມາຊິກຊຶ່ງພວມເຂົ້າຮ່ວມ APPF 26

(VOVWORLD) -ຕອນບ່າຍວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບບັນດາປະທານ, ຮອງປະທານ ແລະ ຫົວໜ້າບັນດາຄະນະຜູ້ແທນລັດຖະສະພາສະມາຊິກຊຶ່ງພວມຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 26. 
ເລຂາທິການໃຫຍ່ຫງວຽນຟູ້ຈ້ອງຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນລັດຖະສະພາສະມາຊິກຊຶ່ງພວມເຂົ້າຮ່ວມ APPF 26 - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງຕ້ອນຮັບບັນດາຫົວໜ້າບັນດາຄະນະຜູ້ແທນລັດຖະສະພາສະມາຊິກຊຶ່ງພວມເຂົ້າຮ່ວມ APPF 26

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຊົມເຊີຍບັນດາຜູ້ນຳລັດຖະສະພາປະເທດຕ່າງໆທີ່ໄດ້ມາຮ່ວມກອງປະຊຸມເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 26 ພ້ອມທັງຕີລາຄາສູງຫົວຂໍ້ ແລະ ບັນດາເນື້ອໃນທີ່ນຳມາປຶກສາຫາລືທີ່ກອງປະຊຸມເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 26.

      ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຢືນຢັນວ່າ ຫວຽດນາມຈະຍຶດໝັັ້ນເສັ້ນທາງແຫ່ງສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມື ແລະ ພັດທະນາ, ເປັນເພື່ອນຂອງທຸກໆປະເທດ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນວົງຄະນະຍາດສາກົນ.

    ສ່ວນບັນດາ ຫົວໜ້າບັນດາຄະນະຜູ້ແທນລັດຖະສະພາສະມາຊິກ ລ້ວນແຕ່ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ ແລະ ທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ ແລະ ມີຄວາມຫວັງຢາກສືບຕໍ່ເພີ່ມທະວີການພົວພັນ 2 ຝ່າຍກັບຫວຽດນາມໃຫ້ດີຍິ່ງໆຂຶ້ນໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ