ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບປະທານກຸ່ມບໍລິສັດໃຫຍ່Nikkei

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບປະທານກຸ່ມບໍລິສັດໃຫຍ່Nikkei - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​​ຕ້ອນຮັບ​ທ່ານ
Naotoshi Okada ປະທານ​ກຸ່ມ​ບໍລິສັດ Nikkei
(ພາຍ: tridung/TTXVN)

(vovworld) –​​​ ​ ​ ຕອນ​ບ່າຍ​ວັນ​ທີ 17/9, ຢູ່​ນະຄອນຫລວງ ​ໂຕ​ກຽວ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ Naotoshi Okada, ປະທານ​ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່ກຸ່ມ​ບໍລິສັດ Nikkei, ​ແມ່ນ​ກຸ່ມ​ບໍລິສັດ​​ສື່​ສານ​ແຖວ​ໜ້າ​ຂອງ ຍີ່ປຸ່ນ. ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕີ​ລາຄາ​ສູງ​ເລື່ອງ Nikkei ຈັດ​ຕັ້ງ​ກອງ​ປະຊຸມ​ອະນາຄົດ ອາຊີ ປະຈຳ​ປີ, ສ້າງ​ຊື່​ສຽງທີ່​ດີ. ໜັງສືພິມ Nikkei ປະຈຳ ຫວຽດນາມ ​ໄດ້ ຕັ້ງໜ້າ ໃຫ້ຂ່າວ​ກ່ຽວ​ກັບ ຫວຽດນາມ ​ແລະ ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ເປັນ​ປະຈຳ​, ນີ້​ແມ່ນ​ຊ່ອງ​ຂໍ້​ມູນ​ຂ່າວ​ສຳຄັນ​ຊ່ວຍ​ປະຊາຊົນ ຍີ່ປຸ່ນ ​ແລະ ​ໂລກ​ເຂົ້າ​ໃຈ​ກ່ຽວ​ກັບ​ສະພາບ​ການ​ ຫວຽດນາມ ​ແລະ ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ.

        ທ່ານ​ Naotoshi Okada, ປະທານ​ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ Nikkei ຂອບ​ອົກ​ຂອບ​ໃຈ ຫວຽດນາມ ທີ່​ໄດ້​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ, ​​ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ອະ​ນາ​ຄົດ ອາຊີ ​ໂດຍ​ກຸ່ມ​ບໍລິສັດ​ Nikkei ຈັດ​ຕັ້ງ​ປະຈຳ​ປີ ​ພ້ອມ​ທັງ ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອະນາຄົດ ອາຊີ ປີ 2016.

        ​ແລະ​ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ຕ່ຳ ຍີ່ປຸ່ນ Oshima Tadamori ​ແລະ ພັນທະ​ມິດ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຈັດ​ຕັ້ງ​ງານ​ລ້ຽງ​ຂ່ຳນັບ​ຮັບ​ຕ້ອນ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ຢູ່​ທຳນຽບປະທານ​ສະພາ​ຕ່ຳ.

 

ຂ່າວ/ບົດ​ອື່ນ