ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານສະພາສູງຍີ່ປຸ່ນ

ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານສະພາສູງຍີ່ປຸ່ນ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
​ຕ້ອນຮັບ​ທ່ານ​ປະທານ​ສະພາ​ສູງ ຍີ່ປຸ່ນ Yamazaki Masaaki
(ພາບ: TTXVN)

(vovworld) – ທີ່​ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ສູງ ຍີ່ປຸ່ນ Yamazaki Masaaki ພວມ​ຢູ່ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ​ໃນ​ຕອນ​ບ່າຍ​ວັນ​ທີ 08/12, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຕີ​ລາຄາ​ສູງ​ບົດບາດ ​ແລະ ບັນດາການປະກອບສ່ວນ​ຢ່າງຕັ້ງໜ້າ​ຂອງ​ສະພາ​ສູງ ຍີ່ປຸ່ນ ​ໃຫ້​ແກ່ການ​ພົວພັນ 2 ປະ​ເທດ, ພິ​ເສດ​ແມ່ນ​​ເລື່ອງສະໜັບສະໜູນ​ລັດຖະບານ ຍີ່ປຸ່ນ ບຸລິມະສິດ​ສະຫງວນ​ທຶນ​ຊ່ວຍ​ເຫຼືອ​ພັດທະນາ​ (ODA)  ຢ່າງ​ເປັນທາງ​ການ​ໃຫ້​ແກ່ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ​ວ່າ: ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ​ ​ຖື ຍີ່ປຸ່ນ ​​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ ​ແລະ ຍາວ​ນານ​ຂອງ ຫວຽດນາມ ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຍີ່ປຸ່ນ ​ຢ່າງຮອບດ້ານ​ເລິກ​ເຊິ່ງ ກ້ວາງ​ຂວາງ​ກ່ວາ​ອີກ, ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ຂັ້ນ, ຂະ​ແໜງ​ການ​ຂອງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ການ​ພົວພັນ​ພົບ​ປະ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ກັບ ສະພາ​ສູງ ຍີ່ປຸ່ນ, ນັບທັງ 2 ຝ່າຍ ​ແລະ ຫລາຍ​ຝ່າຍ.

        ສ່ວນ​ທ່ານ​ປະທານ​ສະພາ​ສູງ ຍີ່ປຸ່ນ Yamazaki Masaaki ກໍ່ຕີ​ລາຄາ​ສູງ​ການ​ພັດທະນາ​ກະ​ໂດດ​ຂັ້ນ​​ຂອງ​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ທ່ານ​ປະທານ​ສະພາ​ສູງ ຍີ່ປຸ່ນ ຢືນຢັນ​ວ່າ: ສະພາ​ສູງ ຍີ່ປຸ່ນ ຍາມ​ໃດ​ກໍ​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ບຸລິມະສິດ​ສູງ​ໃຫ້ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົບ​ປະ​ ແລກປ່ຽນ​ບົດຮຽນ​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ນິຕິບັນຍັດ ​ແລະ ຕິດຕາມ​ກວດກາ, ການສົມທົບ​ກັນ​ຢູ່​ບັນດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ