ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ

ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ​ຈ້ອງ ​
ຕ້ອນຮັບ​​ທ່ານ Tia Banh)

(vovworld) – ຕອນ​ບ່າຍ​ວັນ​ທີ 12/12 ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ ​ໂດຍ​ທ່ານ Tia Banh, ກຳມະການ​ຄະນະ​ປະຈຳ​ສູນ​ກາງ​ພັກ​ປະຊາຊົນ ກຳປູ​ເຈຍ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ ນຳ​ໜ​້າ ພວມ​ມີ​ການ​ຢ້ຽມຢາມ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ສະຫງວນ​ບຸລິມະສິດສູງ​ສຸດ​ໃຫ້​ແກ່ການ​ປັບປຸງ ​ແລະ ການ​ພັດທະນາ​ສາຍ​ພົວພັນ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງານ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ທີ່​ໝັ້ນຄົງ ​ແລະ ​ຍາວ​ນານ​ກັບ ກຳປູ​ເຈຍ. ທ່ານ​ເລຂາ​ທິການ​ໃຫຍ່ ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ການ​ເຈລະຈາ​ລະຫວ່າງ 2 ກະຊວງ​ປ້ອງ​ກັນ​ປະ​ເທດ ຂອງ 2 ປະ​ເທດ, ສະ​ເໜີ 2 ກະຊວງ​ປ້ອງ​ກັນ​ປະ​ເທດ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ລະຫວ່າງ 2 ກະຊວງ​ປ້ອງ​ກັນ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ປະກອບສ່ວນ​ຮັກສາຜົນງານ​ທີ່​ບັນລຸ​ໄດ້​ຢ່າງໝັ້ນຄົງ, ນຳພາ​ລະ​ກິດ​ສ້າງສາ ​ແລະ ພັດທະນາ​ຂອງ 2 ປະ​ເທດ​ສືບ​ຕໍ່​ກ້າວຂັ້ນ

        ສ່ວນ​ທ່ານ Tia Banh ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິ​ກ​ເຊິ່ງ ຕໍ່​ການ​ສະໜັບສະໜູນ​ການຊ່ວຍ​ເຫຼືອ​ອັນ​ໃຫຍ່ຫລວງ ​ເຊິ່ງພັກ, ລັດ, ກອງທັບ ​ແລ​ະ ປະຊາຊົນ ຫວຽດນາມ ສະຫງວນ​ໃຫ້ ກຳປູ​ເຈຍ ​ນັບແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ທ່ານ Tia Banh ຢືນຢັນ​ວ່າ: ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ ຈະ​ຮ່ວມ​ມື​ຢ່າງ​​ແໜ້ນ​ແຟ້ນກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ເພື່ອຜັນ​ຂະຫຍາຍ​ການ​ປະຕິບັດບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ແລ້ວ​ຢ່າງ​ມີ​ປະສິດທິ​ຜົນ.

 


ຂ່າວ/ບົດ​ອື່ນ